ປະເທດລາວ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ | |
---|---|
ຄຳຂວັນ: "ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ" | |
ທີ່ຕັ້ງຂອງ ປະເທດລາວ (ຂຽວ) ໃນອາຊຽນ (ເທົາເຂັ້ມ) — [ຄຳອະທິບາຍສັນຍະລັກ] | |
ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ນະຄອນຫຼວງວຽງຈັນ 17°58′N 102°36′E / 17.967°N 102.600°E |
ພາສາລັດຖະການ | ພາສາລາວ |
ພາສາທີ່ເວົ້າ | |
ກຸ່ມຊົນເຜົ່າ (2015[2]) | |
ສາສະໜາ | |
ເດມະນິມ | ຊາວລາວ |
ການປົກຄອງ | ລັດດ່ຽວ ລັດທິມາກ-ເລນິນ ພັກດຽວ ສາທາລະນະລັດປະຊາທິປະໄຕ ປະຊາຊົນ(ໂດຍນິຕິໄນ) ສັງຄົມນິຍົມ (ໂດຍພຶດຕິໄນ) |
ທອງລຸນ ສີສຸລິດ | |
ສອນໄຊ ສີພັນດອນ | |
ບຸນທອງ ຈິດມະນີ ປານີ ຍາທໍ່ຕູ້ | |
ໄຊສົມພອນ ພົມວິຫານ | |
ສະພານິຕິບັນຍັດ | ສະພາແຫ່ງຊາດ |
ກໍ່ຕັ້ງ | |
1354–1707 | |
1707–1778 | |
• ອານາຈັກລ້ານຊ້າງຖືກປົກຄອງໂດຍສະຫຍາມ | 1778–1893 |
1893–1953 | |
• ຮວມລາຊະອານາຈັກ | 11 ພຶດສະພາ 1947 |
22 ຕຸລາ 1953 | |
2 ທັນວາ 1975 | |
14 ສິງຫາ 1991 | |
• ວັນຊາດ | 2 ທັນວາ |
ພື້ນທີ່ | |
• ລວມ | 237,955 ຕາລາງກິໂລແມັດ (91,875 ຕາລາງໄມລ໌) (ອັນດັບທີ 82) |
2 | |
ປະຊາກອນ | |
• 2019 ປະມານ | 7,123,205 (ອັນດັບທີ 105) |
• ສຳມະໂນປະຊາກອນ 2015 | 6,492,228[5] |
26.7 ຕໍ່ຕາລາງກິໂລແມັດ (69.2 ຕໍ່ຕາລາງໄມລ໌) (ອັນດັບທີ 151) | |
GDP (ອຳນາດຊື້) | 2023 (ປະມານ) |
• ລວມ | 74.309 ຕື້ໂດລາສະຫະລັດ[6] (ອັນດັບທີ 106) |
• ຕໍ່ຫົວ | 9,800 ໂດລາສະຫະລັດ[7] (ອັນດັບທີ 125) |
GDP (ລາຄາຕະຫຼາດ) | 2023 (ປະມານ) |
• ລວມ | 17.347 ຕື້ໂດລາສະຫະລັດ[7] (ອັນດັບທີ 145) |
• ຕໍ່ຫົວ | 2,319 ໂດລາສະຫະລັດ[7] (ອັນດັບທີ 152) |
ຈີນີ (2012) | 36.4[8] ປານກາງ |
HDI (2021) | 0.607[9] ປານກາງ · ອັນດັບທີ 140 |
ສະກຸນເງິນ | ກີບ (₭) (LAK) |
ເຂດເວລາ | UTC+7 (ເວລາໃນປະເທດລາວ) |
ຮູບແບບວັນທີ | ວວ/ດດ/ປປປປ |
ຂັບລົດດ້ານ | ຂວາ |
ລະຫັດໂທລະສັບ | +856 |
ລະຫັດ ISO 3166 | LA |
ລະຫັດອິນເຕີເນັດ | .la |
ລາວ ຫຼື ຊື່ທາງການແມ່ນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ຕົວຫຍໍ້: ສປປ ລາວ) ເປັນປະເທດໃນອາຊີຕາເວັນອອກສຽງໃຕ້ ຢູ່ ໃຈກາງຂອງແຫຼມອິນດູຈີນ ມີເນື້ອທີ່ທັງໝົດ 236,800 ຕາລາງກິໂລແມັດ ເປັນປະເທດດຽວໃນອາຊີຕາເວັນອອກສຽງໃຕ້ທີ່ບໍ່ມີຊາຍແດນອອກສູ່ທະເລ ເຊິ່ງພາກເໜືອມີຊາຍແດນຕິດກັບປະເທດຈີນ ທິດໃຕ້ຕິດກັບປະເທດກຳປູເຈຍ ທິດຕາເວັນອອກຕິດກັບປະເທດຫວຽດນາມ ທິດຕາເວັນຕົກຕິດກັບປະເທດໄທ ແລະ ທິດຕາເວັນຕົກສຽງເໜືອຕິດກັບປະເທດມຽນມາ
ລາວແມ່ນປະເທດທີ່ມີປະຫວ້ດສາດຍາວນານຕັ້ງແຕ່ຄຣິດສະຕະວັດທີ 14 ໂດຍເຄີຍແມ່ນໜຶ່ງໃນອານາຈັກທີ່ໃຫຍ່ສຸດໃນອາຊີຕາເວັນອອກສຽງໃຕ້[10] ເນື່ອງຈາກທີ່ຕັ້ງທາງພູມິສາດຊຶ່ງຢູ່ໃນສູນກາງຂອງພູມິພາກ ຈຶ່ງກາຍມາແມ່ນສູນກາງພານິດທາງບົກແລະຮຸ່ງເຮືອງທາງເສດຖະກິດແລະວັດທະນະທຳ[11] ຫຼັງຈາກຊ່ວງເວລາແຫ່ງຄວາມຂັດແຍ້ງພາຍໃນອານາຈັກລ້ານຊ້າງ ດິນແດນລາວຈຶ່ງໄດ້ແຕກແຍກອອກແມ່ນສາມສ່ວນ ຄື ຫຼວງພະບາງ ວຽງຈັນ ແລະຈຳປາສັກ[12] ກ່ອນຈະຕົກແມ່ນເມືອງໃນປົກຄອງຂອງສະຫຍາມໃນປີ ຄ.ສ. 1778 ຍາວນານນັບສະຕະວັດຈົນເມື່ອວິກິດການຝຣັ່ງ-ສະຫຍາມໃນປີ ຄ.ສ. 1893 ທຳໃຫ້ດິນແດນລາວທັ້ງໝົດຢູ່ພາຍໃຕ້ອານານິຄົມຂອງຝຣັ່ງແລະຮວມຕົວກັນແມ່ນປະເທດໃນປີ ຄ.ສ. 1949[13] ຫຼັງຈາກການຍຶດຄອງຂອງຍີ່ປຸ່ນ ແຕ່ຖືກຝຣັ່ງຍຶດຄອງອີກຫົນຈົນກະທັ່ງໄດ້ເອກະລາດໃນປີ ຄ.ສ. 1953[14] ລາຊະອານາຈັກລາວໄດ້ກຳເນີດຂຶ້ນໂດຍປົກຄອງແບບລາຊາທິປະໄ��ຕາມລັດຖະທຳມະນູນພາຍໃຮ້ການປົກຄອງຂອງພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສວ່າງວົງສ໌ ຕ່ໍມາລາວໄດ້ເກີດສົງຄາມກາງເມືອງລະຫວ່າງຝ່າຍກອມມູນິດ ຊຶ່ງໄດ້ຮັບການຊ່ວຍເຫຼືອຈາກສະຫະພາບໂຊວຽດ ຕ່ໍສູ້ກັບລັດຖະບານຝ່າຍກະສັດທີ່ໄດ້ຮັບການສະໜັບສະໜຸນຈາກສະຫະລັດ ພາຍໃຕ້ການປົກຄອງຂອງລາຊະອານາຈັກລາວ ທຳໃຫ້ລາວຕ້ອງເຂົ້າໄປແມ່ນພັນທະມິດຂອງສະຫະລັດ ມີການຍຶດອຳນາດແລະປົກຄອງພາຍໃຕ້ຜະເດັດການທະຫານຢູ່ຫຼາຍຄັ້ງ ການທີ່ລາຊະອານາຈັກລາວເຂົ້າໄປກ່ຽວເນື່ອງກັບຢາເສບຕິດຂອງຊີໄອເອແລະການເພີ່ມອຳນາດທາງການເມືອງໃຫ້ແກ່ກຸ່ມທະຫານແລະສະຖາບັນກະສັດຈນແຍ້ງກັບຫຼັກປະຊາທິປະໄຕຢ່າງຮຸນແຮງ ໃນວັນທີ່ 21 ພະຈິກ ຄ.ສ. 1975 ຂະບວນການນັກສຶກສາ 21 ອົງກອນທີ່ບໍ່ພໍໃຈການປົກຄອງຂອງລາຊະອານາຈັກໄດ້ຈັດຊຸມນຸມໃນນະຄອນຫຼວງວຽງຈັນ ເພື່ອຮຽກຮ້ອງໃຫ້ຍົກເລີກສະຖາບັນກະສັດ
ພາຍຫຼັງສົງຄາມຫວຽດນາມຈົບລົງໃນປີ ຄ.ສ. 1975 ຂະບວນການນັກສຶກສາ 21 ອົງກອນຈຶ່ງຫັນໄປຮ່ວມມືກັບ "ກຸ່ມປະເທດລາວ" ຂະບວນການປະຕິວັດກອມມູນິດທີ່ໄດ້ຄອງອຳນາຈຢ່າງເດັດຂາດແລະສົງຄາມກາງເມືອງໄດ້ສິ້ນສຸດລົງ ປະກອບກັບກະແສຮຽກຮ້ອງຂອງປະຊາຊົນແລະນັກສຶກສາໄດ້ມີການລົງມະຕິລົ້ມລ້າງກະສັດຢ່າງສົມບູນ ພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສວ່າງວັທະນາຖືກເຊີນເຂົ້າຄ່າຍກັກກັນໃນວຽງໄຊແລະເສຍຊີວິດຢ່າງລຶກລັບ ມີການປ່ຽນແປງການປກລົກຄອງມາແມ່ນລະບອບສັງຄົມນິຍົມກອມມູນິດແລະສ້າງຕັ້ງປະເທດແມ່ນ "ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ" ຊຶ່ງໃນຊ່ວງແຮກ ລາວຕ້ອງພຶ່ງພາຄວາມຊ່ວຍເຫຼືອທາງເສດຖະກິດຈາກສະຫະພາບໂຊວຽດຈົນກະທັ່ງລົ່ມສະຫຼາຍໃນປີ ຄ.ສ. 1991[15]
ປະເທດລາວມີສ່ວນຮ່ວມໃນຂໍ້ຕົກລົງການຄ້າອາຊີປາຊີຟິກ ການປະຊຸມສຸດຍອດອາຊຽນ ການປະຊຸດອາຊີຕາເວັນອອກ ແລະເຂົ້າຮ່ວມແມ່ນສະມາຊິກອົງການການຄ້າໂລກຕັ້ງແຕ່ ຄ.ສ. 1997 ກ່ອນຈະໄດ້ຮັບການຕອບຮັບໃນປີ ຄ.ສ. 2013 ລາວແມ່ນປະເທດທີ່ສາມາດຜະລິດໄຟຟ້າໄດ້ດ້ວຍຕົນເອງ[16] ມີການສ້າງເຂື່ອນໂດຍຜະລິດຈາກພະລັງງານນ້ຳແລະສົ່ງຂາຍໄປຍັງປະເທດເພື່ອນບ້ານຢ່າງໄທ ຈີນ ແລະຫວຽດນາມ ໃນດ້ານເທັກໂນໂລຢີ ລາວໄດ້ເປີດໃຫ້ບໍລິການ 4G ແມ່ນປະເທດທີ່ສອງຂອງອາຊີຕາເວັນອອກສຽງໃຕ້ຕໍ່ຈາກສິງກະໂປ ມາຕັ້ງແຕ່ ຄ.ສ. 2012 ລາວຍັງແມ່ນຈຸດເຊື່ອມຕໍ່ຂອງການຄົມມະນະຄົມທາງລົດໄຟສູ່ປະເທດເພື່ອນບ້ານຈາກການມີกທາງລົດໄຟສາຍສຳຄັນ 4 ແຫ່ງ ຊຶ່ງລ່າສຸດໄດ້ມີການເປີດໃຊ້ທທງລົດໄຟວຽງຈັນ–ບໍ່ເຕັນໃນປີ ຄ.ສ. 2021[17] ລາວຍັງຖືແມ່ນຊາດທີ່ມີການຈະເລີນທາງເສດຖະກິດສູງສຸດຊາດຫໜຶ່ງໃນອາຊີຕາເວັນອອກສຽງໃຕ້ແລະອາຊີປາຊີຟິກ[18] ໂດຍມີອັດຕາການເຕີບໂຕຂອງຈີດີພີ 7.4% ນັບຕັ້ງແຕ່ ຄ.ສ. 2009[19]
ແມ້ວ່າປັດຈຸບັນ ລາວຈະແມ່ນປະເທດທີ່ພັດທະນາແລະກ້າວໜ້າຢ່າງຮວດເຮັວ ແຕ່ການປົກຄອງແບບສາທາລະນະລັດສັງຄົມນິຍົມພັກການເມືອງດຽວຕາມອຸດົມການຂອງລັດທິມາກ–ເລນິນ ທີ່ນຳໂດຍພັກປະຊາຊົນປະຕິວັດລາວ[20] ທຳໃຫ້ຍັງຄົງໄດ້ຮັບການວິຈານຈາກນານາຊາດໃນເຮື່ອງສິດທິມະນຸດສະຍະຊົນຂອງປະເທດ ອັນນຳໄປສູ່ຄວາມຍາກຈົນ ຄວາມເຫຼື່ອມລ້ຳທາງສັງຄົມ ການຈຳກັດເສລີພາບ ແລະການກົດຂີ່ຊົນກຸ່ມນ້ອຍທີ່ຍັງແມ່ນປັນຫາສຳຄັນ ກວ່າ 53% ຂອງປະຊາກອນລາວອາໄສຢູ່ໃນເຂຕທີ່ຮາບພຽງ ລາວຖືແມ່ນປະເທດທີ່ມີຄວາມຫຼາກຫຼາຍທາງຊາດພັນມາກທີ່ສຸດແຫ່ງໜຶ່ງ[21] ໂດຍມີທັ້ງຊາວມອນ ຂະແມຣ໌ ແລະມົ້ງທີ່ອາໄສຕາມພູເຂົາທົ່ວປະເທດ
ທີ່ມາຂອງຄຳວ່າລາວ
ຄຳວ່າ "ລາວ" ທີ່ໝາຍເຖິງປະເທດລາວນັ້ນ, ມີຫຼາຍມູນເຫດດັ່ງນີ້:
- ຄຳວ່າລາວ ກຳເນີດເກີດຂຶ້ນມາພ້ອມໆກັບການກຳເກີດມີສັງຄົມລາວ ຫຼື ກຳເນີດເກີດຂຶ້ນພ້ອມໆກັບການກຳເນີດຄົນລາວ.
- ຄຳວ່າລາວ ອາດມາຈາກພາສາປາລີ ລາວ ເຊິ່ງໝາຍເຖິງໝາກນ້ຳເຕົ້າ
- ຄຳວ່າລາວ ອາດມາຈາກການເອີ້ນຊົນເຜົ່າລາວ ເຊິ່ງເປັນຊົນເຜົ່າດັ່ງເດີມ ດຳລົງຊີວິດຢູ່ກ່ອນມີປະເທດລາວ
- ຄົນລາວ ກຳເນີດຈາກຊົນເຜົ່າໝຶ່ງຢູ່ແຂວງຢູນນ່ານ ເຊິ່ງມີນາມເດີມວ່າ ເກົ້າຫຼວງ (ມາຈາກຄຳວ່າ ເກົ້າຫຼົງ ເປັນມັງກອນ ຫຼື ນາກ ເກົ້າອົງ ຫຼື ຊາຍທັງເກົ້າ). ຕໍ່ມາໄດ້ຍ້າຍມາເລື້ອຍລົງມາທາງພາກໃຕ້ເລື້ອຍໆ ແລະ ຖືກເອີ້ນສັ່ນໆວ່າ ຫຼວງ ແລະ ສຸດທ້າຍກໍກາຍມາເປັນ ລາວ
- ແຕ່ກ່ອນ ຄົນທ້ອງຖິ່ນຈະຢູ່ຕາມລຳນ້ຳ, ສ່ວນຄົນລາວຍ້າຍແຕ່ພາກເໜືອມາຢູ່ ຈະອາໄສຢູ່ຕາມບ່ອນສູງກ່ວາ, ຄົນທ້ອງຖິ່ນເອີ້ນຄົນລາວທີ່ມາຢູ່ນີ້ ແມ່ນຄົນດາວ, ເພາະເວລາເບິ່ງຈາກລຸ່ມຂຶ້ນເທິງ ຈະຕິດພັນກັບດວງດາວຢູ່ທ້ອງຟ້າ
- ຄົນຈີນບາງພວກບາງຫມູ່ໃນເຂດຢູນນານຂອງຈີນມັກອອກສຽງຕົວ "ດ"ເປັນຕົວ"ລ"ແລະອອກສຽງຕົວ "ລ"ເປັນຕົວ "ດ"ດ້ວຍເຫດນີ້ຈຶ່ງເອີ້ນພວກທີ່ຢູ່ທີ່ສູງອັນມີທ້ອງຟ້າດາວວະດິງສາພ້ຽນຈາກດາວກາຍເປັນລາວອັນພາໃຫ້ມີຄຳວ່າລາວ
ໃນພາສາອັງກິດ ຄຳວ່າລາວ ທີ່ໝາຍເຖິງປະເທດລາວ ສະກົດວ່າ "Laos" ແລະ ລາວທີ່ໝາຍເຖິງຄົນລາວ ໃຊ້ "Lao" ແລະ ບາງເທື່ອຈະມີການໃຊ້ຄຳວ່າ "Laotian" ເນື່ອງຈາກບໍ່ໃຫ້ສັບສົນກັບຄຳວ່າ "Lao ethnic group"
ພູມສັນຖານ
ລັກສະນະພູມອາກາດ
ສປປ ລາວ ຢູ່ໃນພູມອາກາດຂອງເຂດຮ້ອນ, ມີລົມມໍລະສຸມ ແຕ່ບໍ່ມີພາຍຸ, ສຳລັບເຂດພູດອຍພາກເໜືອ ແລະ ເຂດສາຍພູຫຼວງອາກາດ ມີລັກສະນະເຄິ່ງຮ້ອນເຄິ່ງໜາວ ອຸນຫະພູມສະສົມ ສະເລ່ຍປະຈຳປີສູງເຖິງ 15-30 ອົງສາເຊ, ການຜິດດ່ຽງອຸນຫະພູມລະຫວ່າງກາງເວັນ ແລະ ກາງຄືນມີປະມານ 10 ອົງສາເຊ. ຈຳນວນຊົ່ວໂມງ ທີ່ມີແສງແດດຕໍ່ປີປະມານ 2.300-2.400 ຊົ່ວໂມງ (ປະມານ 6,3-6,5 ຊົ່ວໂມງຕ່ໍມື້), ຄວາມຊຸ່ມຊື່ນ ສຳຜັດຂອງອາກາດ ມີປະມານ 70 - 85%, ປະລິມານ ນ້ຳຝົນນັບແຕ່ 75-90% ໃນລະດູຝົນ (ແຕ່ເດືອນ ພຶດສະພາ ຫາ ເດືອນຕຸລາ). ສ່ວນໃນລະດູແລ້ງ (ເດືອນພະຈິກ ຫາເດືອນເມສາ) ປະລິມານນ້ຳຝົນມີພຽງ 10-25% ແລະ ປະລິມານສະເລ່ຍຕໍ່ປີ ຂອງແຕ່ລະເຂດກໍ່ຜິດໂຕນກັນຢ່າງຫຼວງຫຼາຍ ເຊັ່ນວ່າ: ສາຍພູຫຼວງ ຍ່ານເຂດໃຕ້ໄດ້ຮັບນ້ຳຝົນ ສະເລ່ຍປີລະ 300 ຊັງຕີແມັດ ຂະນະທີ່ເຂດແຂວງ ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ ໄດ້ຮັບພຽງແຕ່ 100-150 ຊັງຕີແມັດ, ສ່ວນວຽງຈັນ ແລະ ສະຫວັນນະເຂດ ໄດ້ຮັບລະຫວ່າງ 150-200 ຊັງຕີແມັດ ເຊັ່ນດຽວກັບ ຜົ້ງສາລີ, ຫຼວງນ້ຳທາ ແລະ ບໍ່ແກ້ວ.
ຊັບພະຍາກອນທຳມະຊາດ ແລະ ປ່າໄມ້
ດ້ວຍພູມີປະເທດ ແລະ ພູມອາກາດທີ່ເປັນເຂດຮ້ອນຊຸ່ມ ມັນໄດ້ສ້າງເງື່ອນໄຂໃຫ້ ສປປ ລາວ ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດນາໆຊະນິດ, ໃນພື້ນດິນກໍ່ມີແຮ່ທາດຕ່າງໆ ເຊັ່ນ: ກົ່ວ, ເຫຼັກ, ຖ່ານຫີນ, ຊືນ, ທອງ, ຄຳ, ເງິນ,ມາດ, ອັງຕີມອນ, ແກ້ວປະເສີດ ແລະ ອື່ນໆ, ຢູ່ເທິງໜ້າດິນກໍມີປ່າໄມ້ກວມເນື້ອທີ່ 47 % ຂອງເນື້ອທີ່ທັງໝົດ, ໃນນັ້ນມີທັງໄມ້ຄ່າສູງທາງດ້ານເສດຖະກິດ ເຊັ່ນ ໄມ້ຄະຍູງ, ໄມ້ດູ່, ໄມ້ເກດສະໜາ, ໄມ້ໂລ່ງເລ່ງ ຢູ່ໃນປ່າກໍມີເຄື່ອງປ່າຂອງດົງປະເພດຕ່າງໆ ທີ່ໂລກຕ້ອງການຫຼາຍເຊັ່ນ: ຄັ່ງ, ຍານ, ໝາກແໜ່ງ, ຢາງແປກ, ຫວາຍ, ຕົ້ນໄມ້ເປັນຢາ ແລະ ອື່ນໆ ນອກນັ້ນ ຍັງມີສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນເຊັ່ນ: ຊ້າງ, ເສືອ, ໝີ, ເມີຍ, ກະທິງ, ກວາງ, ເຍືອງ, ເສົາຫຼາ ໆລໆ.
ປະເພດປ່າ
ປ່າໄມ້ທີ່ອຸດົມສົມບູນຂອງປະເທດລາວແບ່ງອອກເປັນ 5 ປະເພດດັ່ງນີ້:
ທໍ່ສົ່ງນໍ້າມັນ
ປະເທດລາວມີທໍ່ສົ່ງນໍ້າມັນເປຕະໂລນ ຍາວທັງໝົດ 136 ກິໂລແມັດ.
ລັກສະນະພູມອາກາດ
ສປປ ລາວ ຢູ່ໃນພູມອາກາດຂອງເຂດຮ້ອນ, ມີລົມມໍລະສຸມ ແຕ່ບໍ່ມີພາຍຸ, ສຳລັບເຂດພູດອຍພາກເໜືອ ແລະ ເຂດສາຍພູຫຼວງອາກາດ ມີລັກສະນະເຄິ່ງຮ້ອນເຄິ່ງໜາວ ອຸນຫະພູມສະສົມ ສະເລ່ຍປະຈຳປີສູງເຖິງ 15 - 30 ອົງສາເຊ, ການຜິດດ່ຽງອຸນຫະພູມລະຫວ່າງກາງເວັນ ແລະ ກາງຄືນມີປະມານ 10 ອົງສາເຊ. ຈຳນວນຊົ່ວໂມງ ທີ່ມີແສງແດດຕໍ່ປີປະມານ 2.300-2.400 ຊົ່ວໂມງ (ປະມານ 6,3-6,5 ຊົ່ວໂມງຕ່ໍມື້), ຄວາມຊຸ່ມຊື່ນ ສຳຜັດຂອງອາກາດ ມີປະມານ 70-85%, ປະລິມານ ນ້ຳຝົນນັບແຕ່ 75-90% ໃນລະດູຝົນ (ແຕ່ເດືອນ ພຶດສະພາ ຫາ ເດືອນຕຸລາ). ສ່ວນໃນລະດູແລ້ງ (ເດືອນພະຈິກ ຫາເດືອນເມສາ) ປະລິມານນ້ຳຝົນມີພຽງ 10-25% ແລະ ປະລິມານສະເລ່ຍຕໍ່ປີ ຂອງແຕ່ລະເຂດກໍ່ຜິດໂຕນກັນຢ່າງຫຼວງຫຼາຍ ເຊັ່ນວ່າ: ສາຍພູຫຼວງ ຍ່ານເຂດໃຕ້ໄດ້ຮັບນ້ຳຝົນ ສະເລ່ຍປີລະ 300 ຊັງຕີແມັດ ຂະນະທີ່ເຂດແຂວງ ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ ໄດ້ຮັບພຽງແຕ່ 100-150 ຊັງຕີແມັດ, ສ່ວນວຽງຈັນ ແລະ ສະຫວັນນະເຂດ ໄດ້ຮັບລະຫວ່າງ 150-200 ຊັງຕີແມັດ ເຊັ່ນດຽວກັບ ຜົ້ງສາລີ, ຫຼວງນ້ຳທາ ແລະ ບໍ່ແກ້ວ.
ຊື່ເດືອນ | ລະດູ |
---|---|
ມັງກອນ | ແລ້ງ |
ກຸມພາ | ແລ້ງ |
ມີນາ | ແລ້ງ |
ເມສາ | ແລ້ງ |
ພຶດສະພາ | ຝົນ |
ມິຖຸນາ | ຝົນ |
ກໍລະກົດ | ຝົນ |
ສິງຫາ | ຝົນ |
ກັນຍາ | ຝົນ |
ຕຸລາ | ຝົນ |
ພະຈິກ | ແລ້ງ |
ທັນວາ | ແລ້ງ |
ປະຫວັດສາດ
ເບິ່ງບົດຄວາມທີ່ວ່າ ປະຫວັດສາດລາວ ແລະ ອານາຈັກລາວລ້ານຊ້າງ
ຍຸກລາຊະອານາຈັກ
ລາຊະການເຈົ້າສຸລິຍະວົງສາ
ປີ ຄ.ສ 1631 ເຈົ້າສຸລິຍະວົງສາ ໄດ້ຂຶ້ນຄອງລາດ, ໃນໄລຍະ 57 ປີ ຂອງການປົກຄອງອານາຈັກລ້ານຊ້າງ ແມ່ນມີຄວາມສະຫງົບຮົ່ມເຢັນ, ຄວາມຂັດແຍ່ງພາຍໃນຖືກຊຳລະສະສາງ, ອິດທິກຳລັງພາຍນອກມີຄວາມເກງຂາມ ບໍ່ກ້າເຂົ້າມາລ່ວງລ້ຳ ແລະ ແຊກແຊງ, ປະຊາຊົນໄດ້ຮັບການແບ່ງດິນເພື່ອທຳມາຫາກິນຢ່າງເປັນທຳ ແລະ ຫ້າວຫັນໃນການຜະລິດ, ເຂົ້າປາອາຫານ, ອຸດົມສົມບູນ.
ເຈົ້າສຸລິຍະວົງສາທຳມິກກະລາດ ໄດ້ສັ່ງໃຫ້ເສນາອາມາດຜູ້ໃຫຍ່ພ້ອມນັກປາດອາຈານແກ້ໄຂປ່ຽນແປງ ແລະ ສ້າງກົດໝາຍເພື່ອເປັນຫຼັກ ໃນການປົກຄອງບ້ານເມືອງ ໃຫ້ມີລະບຽບແບບແຜນ, ບ່າວໄພ່ລາສະດອນໄດ້ຮັບຄວາມເປັນທຳ ຜູ້ລ່ວງລະເມີດກໍ່ຖືກລົງໂທດໂດຍບໍ່ເລືອກໜ້ານັບທັງພະລາຊະໂອລົດຂອງພະອົງເອງ ກໍ່ຖືກສັ່ງປະຫານຊີວິດ ຖານໂທດຂົ່ມຂືນ ເມຍທະຫານອົງຄະລັກ ຂອງພະອົງ. ໄດ້ເອົາໃຈໃສ່ສ້າງວັດວາອາຮາມ, ສົ່ງເສີມການສຶກສາຂະຫຍາຍໂຮງຮຽນ (ເວລານັ້ນແມ່ນໂຮງຮຽນວັດ) ສ້າງນັກປາດບັນດິດ, ປະດິດຄິດແຕ່ງວັນນະຄະດີ, ນິທານພື້ນເມືອງ, ສ້າງຮີດ 12 ຄອງ 14, ແປເທບນິຍາຍຈາກພາສາອິນເດຍ ມາເປັນພາສາລາວ.
ໄດ້ອອກກົດໝາຍວ່າດ້ວຍທີ່ດິນ ເຊິ່ງໄດ້ກຳນົດແຈ້ງວ່າ: ດິນທີ່ມອບໃຫ້ເຖິງ 3 ປີ ແລ້ວ ຫາກບໍ່ມີການນຳໃຊ້ແມ່ນໃຫ້ຜູ້ອື່ນສາມາດ ມາເອົາໄປນຳໃຊ້ໄດ້ ໂດຍເຈົ້າຂອງເກົ່າບໍ່ມີສິດທວງຖາມເອົາຄືນອີກ. ດ້ວຍເຫດນັ້ນຈິ່ງເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນ ແລະ ດຸໝັ່ນໃນການຜະລິດ, ປູກຄັ່ງ, ປູກ ຍານເປັນສິນຄ້າ.
ໄດ້ຜູກມິດໄມຕີກັບປະເທດໃກ້ຄຽງ, ຕິດຕໍ່ທຳມາຄ້າຂາຍກັບຕ່າງປະເທດ, ວຽງຈັນເວລານັ້ນໄດ້ກາຍເປັນສູນກາງການຄ້າ ຄັ່ງ ແລະ ຍານ ຈົນມີພໍ່ຄ້າ ຊາວໂຮນລັງ (Holland) ຊື່ ວັນວຸດສະຕົບ ເຊິ່ງເປັນຊາວຕາເວັນຕົກຄະນະທຳອິດທີ່ເຂົ້າມາວຽງຈັນໃນປີ 1641 ເພື່ອຊື້ ຄັ່ງ ແລະ ຍານ. ໃນປີ 1642-1647 ມີຄະນະ ຂອງ ຄຸນພໍ່ ເລີເລຍ ແລະ ມາລີນີ ເຊິ່ງເປັນຊາວອີຕາລີ ໄດ້ເຂົ້າມາເຖິງວຽງຈັນ, ພວກເພິ່ນໄດ້ຍ້ອງຍໍວ່າເມືອງວຽງຈັນສວຍສົດງົດງາມ, ຫໍຜາສາດລາຊະວັງ ສະງ່າ ກວ້າງຂວາງ, ປະຊາຊົນລາວເປັນຄົນດີ ບໍ່ເອົາປຽບເອົາລັດກັນ, ຮັກແພງຄົນຕ່າງປະເທດ, ເປັນຄົນຊື່ສັດ ເກັບຂອງ ຕົກເຮ່ຍ ໄດ້ກໍ່ຄືນເຈົ້າຂອງ ໂດຍບໍ່ຮຽກຮ້ອງຄ່າຮັກສາແຕ່ຢ່າງໃດ. ພວກເພີ່ນຍັງເວົ້າວ່າ ບໍ່ເຫັນຄົນລາວຜິດຖຽງກັນ ຄົນລາວມີກົດໝາຍພື້ນເມືອງດີ ແລະ ປະຕິບັດເຄັ່ງຄັດ ຜູ້ໃດທີ່ກະທຳຜິດຜູ້ໃດໝິ່ນປະໝາດຄົນອື່ນກໍ່ລ້ວນແຕ່ຖືກປັບໃໝ.
ສັງຮວມແລ້ວຕະຫຼອດໄລຍະ 57 ປີ ທີ່ເຈົ້າສຸລິຍະວົງສາຂຶ້ນຄອງລາດ ອານາຈັກລ້ານຊ້າງ ຢູ່ໃນຄວາມສະຫງົບປາດສະຈາກເສິກ ທາງເໜືອເສືອທາງໃຕ້, ປະຊາຊົນມີຄວາມຮົ່ມເຢັນແລະຢູ່ເຢັນເປັນສຸກ, ການສຶກສາໄດ້ຮັບການພັດທະນາ, ນັກປາດບັນດິດ, ຄຳພີດີກາ, ນິທານພື້ນເມືອງ, ເທບນິຍາຍ, ຮີດຄອງປະເພນີອັນດີງາມ ທີ່ສືບທອດມາເຖິງປັດຈຸບັນກໍ່ເກີດຂຶ້ນໃນສະໄໝເຈົ້າສຸລິຍະວົງສາຄອງເມືອງ; ເຮັດໃຫ້ຊາດລາວມີມູນເຊື້ອອັນຈົບງາມທາງ ດ້ານຮີດຄອງ, ປະເພນີ, ວັດທະນະທຳ, ເປັນໄລຍະຮຸ່ງເຮືອງເຫຼືອງເຫຼື້ອມດ້ານວັດທະນະທຳທີ່ໂດດເດັ່ນທີ່ສຸດ.
ເຈົ້າສຸລິຍະວົງສາ ໄດ້ສິ້ນພະຊົນຊີບໃນປີ 1695 ພາຍຫຼັງຄອງເມືອງມາໄດ້ 57 ປີ ລວມ ອາຍຸໄດ້ 82 ປີ. ພາຍຫຼັງເຈົ້າສຸລິຍະວົງສາສິ້ນພະຊົນຊີບ, ອານາຈັກລ້ານຊ້າງໄດ້ຕົກເຂົ້າສູ່ວິກິດການອັນຮ້າຍແຮງອີກເທື່ອນຶ່ງ ເຊິ່ງກົກສາຍປາຍເຫດ ແມ່ນຍ້ອນຜູ້ຂຶ້ນປົກຄອງສ້າງບ້ານແປງເມືອງບໍ່ແມ່ນເລືອດເນື້ອເຊື້ອໄຂກະສັດ, ພຽງແຕ່ໄລຍະ 36 ປີ (1698—1734) ມີການອະພິເສກສາມັນຊົນຂຶ້ນເປັນເຈົ້າຊີວິດເຖິງ 4 ອົງ ໝາຍຄວາມວ່າ 9 ປີໃດ ປ່ຽນຖ່າຍເຈົ້າຊີວິດເທື່ອນຶ່ງ ເຊິ່ງຜິດກັບກົດມົນທຽນ ຂອງສັກດີນາ ສຳລັບການປົກຄອງໃນສະໄໝບູຮານເພາະວ່າຕາມກົດມົນທຽນຂອງສັກດີນາ ນັ້ນແມ່ນປະຕິບັດ ຕາມລະບອບລາຊະທາຍາດ (ບິດາ ຕາຍບຸດຂຶ້ນແທນ) ແຕ່ອານາຈັກລ້ານຊ້າງມີໄລຍະນຶ່ງຂາດຜູ້ສືບແທນເຮັດໃຫ້ ພວກຂຸນນາງທີ່ບໍ່ແມ່ນເຊື້ອກະສັດ ຈິ່ງຍາດກັນຂຶ້ນເປັນເຈົ້າແຜ່ນດິນ. ສະນັ້ນຈິ່ງເກີດການໂຄ່ນລົ້ມກັນ ຫຼື ກໍ່ການກະບົດ ຫຼື ແຍກຕົວເປັນອິດສະຫຼະ ອັນເປັນເຫດໃຫ້ອານາຈັກລ້ານຊ້າງ ຖືກແບ່ງອອກເປັນສາມອານາຈັກ ຄື : ອານາຈັກລ້ານຊ້າງວຽງຈັນ, ອານາຈັກຫຼວງພະບາງ ແລະ ອານາຈັກຈຳປາສັກ.
ລາຊະການເຈົ້າອານຸວົງ
ເມື່ອບ້ານເມືອງສູນເສຍເອກກະລ���ດ ປະຊາຊົນຕົກເປັນຂ້ອຍຂ້າມ້າໃຊ້ຂອງຕ່າງຊາດ (ສະຫຍາມ) ເຮັດໃຫ້ເຈົ້າອະນຸວົງ ເກີດຄວາມຮູ້ສຶກຢາກກູ້ຊາດຍາດແຜ່ນດິນກັບຄືນມາ ກູ້ເອົາອິດສະຫຼະພາບຂອງຊາວລ້ານຊ້າງວຽງຈັນກັບຄືນມາ. ເພື່ອກະກຽມໃຫ້ແກ່ການລຸກຂຶ້ນກູ້ຊາດຍາດແຜ່ນດິນຄືນມາ, ພາຍຫຼັງໄດ້ຖືກແຕ່ງຕັ້ງ ຈາກສະຫຍາມໃຫ້ເປັນກະສັດລ້ານຊ້າງວຽງຈັນ, ເຈົ້າອານຸວົງ ກໍ່ໄດ້ດຳເນີນພາລະກິດອັນສຳຄັນຫຼາຍປະການ ເຊັ່ນ:
ດ້ານການເມືອງ: ໄດ້ຕິດຕາມຂະບວນການຕໍ່ສູ້ຂອງປະຊາຊົນຢູ່ໃນແຕ່ລະທ້ອງຖິ່ນ ຄື : ຢູ່ຈຳປາສັກ ພາຍໃຕ້ການນຳພາຂອງອ້າຍຊຽງແກ້ວ ຢູ່ເມືອງໂຂງ; ການຕໍ່ສູ້ ຂອງເຈົ້າໂອ, ເຈົ້າອິນ ຢູ່ອັດຕະປື; ສ່ວນຢູ່ພາກເໜືອ ພາກກາງ ກໍ່ມີຂະບວນຂອງປະຊາຊົນທີ່ບໍ່ພໍໃຈກັບສັກດີນາທ້ອງຖິ່ນ ໄດ້ລຸກຂຶ້ນແບບກະແຈກກະຈາຍ; ຢູ່ນະຄອນພະນົມກໍ່ປ່າວປະກາດແຍກຕົວບໍ່ຂຶ້ນກັບບາງກອກ; ໄດ້ປັບປຸງການປົກຄອງໃນ 79 ຫົວເມືອງ ທີ່ຂຶ້ນກັບ, ໄດ້ໄປພົບກັບເຈົ້າເມືອງທີ່ເຂົ້າໃຈກັນດີຢູ່ນະຄອນພະນົມ, ມຸກດາຫານ, ໄດ້ແຕ່ງໃຫ້ເຈົ້າລາຊະບຸດໂຍ້ ໄປເປັນຜູ້ປົກຄອງຈຳປາສັກ, ໄດ້ນຳເອົາເຮືອຄຳ, ນຳເອົາຊ້າງ 7 ສອກ ແລະ ຂອງຂວັນອື່ນ ໆ ໄປມອບຖວາຍ ແດ່ເຈົ້າມັນທາຕຸລາດ ອານາຈັກລ້ານຊ້າງຫຼວງພະບາງ ເພື່ອໃຫ້ຫຼົງລືມຄວາມເກົ່າຄວາມຫຼັງເພື່ອພ້ອມກັນຕໍ່ສູ້ ຍາດເອົາແຜ່ນດິນຄືນມາ.
ດ້ານການສ້າງສາ: ເຈົ້າອານຸວົງ ໄດ້ນຳພາປະຊາຊົນສ້າງລາຊະວັງ, ສ້າງແລະປະຕິສັງຂອນວັດວາອາຮາມຂຶ້ນຫຼາຍແຫ່ງຄື: ວັດສີສະເກດ, ປັບປຸງເມືອງໜອງຄາຍ, ສ້າງຫໍພະແກ້ວຂຶ້ນຢູ່ວັດຊ້າງເຜືອກ ສີຊຽງໃໝ່, ລົງໄປສະຫຼອງຂົວ ແລະ ເຂົ້າຮ່ວມງານນະມັດສະການທາດພະນົມ, ສ້າງຂົວຂ້າມແມ່ນ້ຳຂອງມາສູ່ວັດອຸບມຸງ.
ດ້ານການທະຫານ: ໄດ້ປັບປຸງກອງທັບບັນດາຫົວເມືອງໃຫ້ເຂັ້ມແຂງ.
ດ້ານການຕ່າງປະເທດ: ເຈົ້າອານຸວົງ ພະຍາຍາມໃກ້ຊິດ ກັບກະສັດສະຫຍາມ ແລະ ໄດ້ຊ່ວຍສະຫຍາມຍົກທັບໄປຕີພະມ້າ ຈົນໄດ້ຮັບໄຊຊະນະ ໃນຂະນະທີ່ກອງທັບສະຫຍາມ ໄດ້ກັບມາດ້ວຍມືເປົ່າ ແລະ ເສຍໄຊແກ່ພະມ້າ ເຊິ່ງໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈກັບສະຫຍາມ. ເຈົ້າອານຸວົງ ມີນະໂຍບາຍພາຍໃນ ແລະ ພາຍນອກຢ່າງຈະແຈ້ງ; ໃນນັ້ນ ມີການພົວພັນກັບອານາມ (ດ້າຍຫວຽດ ຫຼື ຫວຽດນາມໃນປະຈຸບັນ).
ເມື່ອກະກຽມກຳລັງພຽງພໍແລ້ວກໍ່ໄດ້ ໂອກາດລົງໄປປົງພະສົບຂອງພະບາດສົມເດັດພະພຸດທະເລີດຫຼ້ານະພາໄລ (ລາຊະການ ທີ 2) ຂອງສະຫຍາມ. ໃນໂອກາດນີ້ ເຈົ້າອານຸວົງໄດ້ຂໍເອົາຄົນລາວທີ່ຖືກກວາດຕ້ອນ ໄປໃນເມື່ອກ່ອນກັບຄືນ, ຂໍເອົານາງສະໜົມລາວ, ຂໍເອົາເຈົ້າຍິງດວງຄຳ ພະຂະນິດຖະພະຄິນີອອກຈາກວັງຄືນມາ. ແຕ່ບໍ່ເປັນຈັ່ງບຸນ ເພາະອົງຜູ້ຂຶ້ນຄອງລາດແທນ ພະບາດສົມເດັດພະພຸດທະເລີດຫຼ້ານະພາໄລ ນັ້ນ ບໍ່ແມ່ນອົງຜູ້ສືບທອດຕາມແຜນ ເພາະຊົງຖືກໄປຜະໜວດຍ້ອນ ການຊ່ວງຊີງອຳນາດກັນໃນວັງ. ຜູ້ທີ່ກຳອຳນາດພັດແມ່ນຜູ້ທີ່ຂັດໃຈກັບເຈົ້າອານຸວົງມາຕະຫຼອດ ສະນັ້ນ ຈິ່ງບໍ່ຍອມໃຫ້ເຈົ້າອານຸວົງໄດ້ຈັກຢ່າງ. ຄວາມຄຽດແຄ້ນຂອງເຈົ້າອານຸວົງ ທີ່ມີຕໍ່ສະຫຍາມນັບມື້ເພີ່ມທະວີຂຶ້ນ. ດັ່ງນັ້ນ ເຈົ້າອານຸວົງ ຈິ່ງໄດ້ຊົງຕັດສິນໃຈລຸກຂຶ້ນຕໍ່ສູ້ເພື່ອອິດສະຫຼະພາບ ແຕ່ຍ້ອນການກະກຽມ ແລະ ການສ້າງກຳລັງບໍ່ທັນດີ, ພາຍໃນບໍ່ທັນເຂັ້ມແຂງ, ການຊັ່ງຊາກຳລັງກໍ່ຜິດໂຕນກັນຫຼາຍ, ຝ່າຍລາວມີທະຫານພຽງແຕ່ 7 ໝື່ນຄົນ ພາຫະນະເສິກສົງຄາມກໍ່ຫຼ້າສະໄໝ ມີແຕ່ຫອກແຕ່ດາບ, ໃຊ້ຊ້າງ, ໃຊ້ມ້າ ແລະ ງົວກວຽນ. ກົງກັນ ຂ້າມຝ່າຍສະຫຍາມມີທະຫານ 1 ແສນ 7 ໝື່ນຄົນ, ມີອາວຸດທັນສະໄໝ: (ປືນໃຫຍ່, ປືນ ເຫຼັກຍາວ) ມີລົດລາກແກ່ຈຳນວນນຶ່ງ. ສະນັ້ນ, ຈິ່ງພາໃຫ້ການຕໍ່ສູ້ຂອງເຈົ້າອານຸວົງ ບໍ່ເປັນຜົນສຳເລັດ, ນະຄອນວຽງຈັນ ກໍ່ຖືກກອງທະຫານສະຫຍາມມາຍຶດເອົາ ແລະ ທຳລາຍທຸກສິ່ງທຸກຢ່າງບໍ່ໃຫ້ເຫຼືອຫຍັງ, ເຈົ້າອານຸວົງກໍ່ຖືກຈັບໃສ່ກົງເຫຼັກໄປທໍລະມານຢ່າງປ່າເຖື່ອນຢູ່ບາງກອກ ແລະ ຊົງສຸລະຄົດຢູ່ທີ່ນັ້ນ. ສຳລັບຜູ້ທີ່ເປັນ ເລືອດເນື້ອເຊື້ອໄຂເຈົ້າວຽງຈັນ ທັງໝົດກໍ່ຖືກດັບສູນ ດ້ວຍຮູບການທໍລະມານຮ່າງກາຍ ຫຼື ຂ້າຖິ້ມ. ສ່ວນບຸກຄົນທີ່ຮອງລົງມາກໍ່ຖືກເຮັດໃຫ້ເສຍກຽດເສຍສັກສີ, ສຳລັບປະຊາຊົນກໍ່ຖືກກວາດຕ້ອນລົງໄປບາງກອກ ແລະ ຖືກໃຊ້ງານຢ່າງໜັກ ໃນຖານະເປັນສະເລີຍເສິກ, ເປັນຂ້ອຍຂ້າມ້າໃຊ້ໃຫ້ ພວກຂຸນນາງສັກດີນາສະຫຍາມ.
ສຳລັບຕົວເມືອງວຽງຈັນກໍ່ຖືກຂຸນເສິກສະຫຍາມ ສັ່ງໃຫ້ກອງທະຫານ ຕັດກົກໄມ້ທັງໝົດ ແລະ ຈູດເຜົາທຳລາຍ, ປຸ້ນເອົາຊັບສົມບັດຂອງປະຊາຊົນແບບໂຈນ 500 ໂດຍເຈຕະນາເຮັດໃຫ້ວຽງຈັນ ເປັນເມືອງຮ້າງບໍ່ສາມາດຢູ່ໄດ້ ບໍ່ໃຫ້ຟື້ນຟູເປັນຕົວເມືອງໄດ້ອີກ. ອານາຈັກລ້ານຊ້າງວຽງຈັນ ໄດ້ຖືກຫຼຸດຖານະຈາກເປັນ ອານາຈັກໜຶ່ງລົງມາເປັນແຄວ້ນໜຶ່ງຂອງສະຫຍາມໂດຍມີສຳນັກງານ ຕັ້ງຢູ່ໜອງຄາຍ ຕໍ່ມາກໍ່ໄປຕັ້ງຢູ່ ອຸດອນທານີ, ວຽງຈັນທີ່ເຄີຍສວຍສົດງົດງາມກໍກັບກາຍເປັນເມືອງຮ້າງ 60 ກວ່າປີ.
ເຖິງວ່າການຕໍ່ສູ້ກູ້ແຜ່ນດິນຄືນຂອງ ເຈົ້າອານຸວົງ ບໍ່ເປັນຜົນສຳເລັດກໍ່ຕາມ ແຕ່ມັນກໍ່ມີຄວາມໝາຍປະຫວັດສາດ ອັນເລິກເຊິ່ງຊຶ່ງສະແດງໃຫ້ເຫັນເຖິງມູນເຊື້ອຕໍ່ສູ້ອັນ ເດັດດ່ຽວກ້າຫານ ບໍ່ຍອມຈຳນົນຂອງຄົນລາວ ໃຕ້ການນຳພາຂອງເຈົ້າອານຸວົງ, ມູນເຊື້ອ ດັ່ງກ່າວ ຖືກຝັງເລິກຢູ່ໃນຈິດໃຈຂອງຄົນລາວທຸກຄົນ ບໍ່ວ່າຈະເປັນຄົນເຊື້ອຊາດລາວຢູ່ຝັ່ງຊ້າຍ, ກໍຄືຝັ່ງຂວາຂອງແມ່ນ້ຳຂອງຕ່າງກໍ່ຈົດຈຳມູນເຊື້ອດັ່ງກ່າວໄວ້ຕະຫຼອດມາ ແລະ ໄດ້ສືບຕໍ່ການຕໍ່ສູ້ໃນຮູບການໃໝ່ເປັນຕົ້ນ ແມ່ນຊາວອີສານຂອງໄທ ໄດ້ພາກັນແຕ່ງກາບກອນ, ວັນນະຄະດີ, ສ້າງເປັນໜັງສືອິນຕົກ ເພື່ອຄັດຄ້ານຕ້ານຢັນການສັກລາຍ ເອົາຄົນລາວອີສານເປັນສັນຊາດໄທ; ເປັນຄຳປິດສະໜາ ແລະ ມີຄຳເວົ້າທີ່ວ່າ: “ໝາກຟັກ, ໝາກອຶ ຢູ່ດີໆຈະກາຍເປັນຊ້າງເປັນມ້າໄດ້ແນວໃດ, ຄວາຍເຖິກຄວາຍດ່ອນ ແລະ ໝູດ່ອນ ຢູ່ດີໆຈະກາຍເປັນຍັກກິນຄົນໄດ້ແນວໃດ, ຄົນລາວ ຢູ່ດີໆຈະກາຍເປັນໄທໄດ້ແນວໃດ”, ນອກນັ້ນ ກໍມີຈົດໝາຍ “ສານລືບພະສູນ” ແລະ ອື່ນໆ... ຂະບວນການຕໍ່ສູ້ຕ້ານສະຫຍາມ ເພື່ອກູ້ແຜ່ນດິນຄືນຂອງ ເຈົ້າອານຸວົງ ໄດ້ເຮັດໃຫ້ລັດທິຮັກຊາດອັນດູດດື່ມເຂັ້ມຂຸ້ນຂຶ້ນ, ຊື່ສຽງຂອງນັກຮົບວິລະຊົນທີ່���ເຂົ້າຮ່ວມການຕໍ່ສູ້ຄັ້ງນັ້ນເຊັ່ນ: ເຈົ້າສຸກກະສານ, ເຈົ້າລາຊະວົງ, ເຈົ້າລາຊະບຸດ, ພະຍານາລີ, ພະຍາໄກສົງຄາມ ແລະ ຜູ້ອື່ນ ໆ ໄດ້ຖືກຈົດບັນທຶກໄວ້ໃນປຶ້ມຄຳປະຫວັດສາດ ເຊິ່ງຄົນລາວ ບໍ່ຫຼົງລືມໄດ້. ສັງຮວມແລ້ວ ໄລຍະລາວ ຕົກເປັນເມືອງສ່ວຍ ແລະ ເມືອງຂຶ້ນຂອງສະຫຍາມຮ້ອຍກວ່າປີ, ເປັນໄລຍະທີ່ນະຄອນວຽງຈັນ ຫງ່ວມເຫງົາເສົ້າໝອງ ແລະ ສູນເສຍນ້ຳຕາ ບ້ານເມືອງອັນສວຍສົດງົດງາມຮຸ່ງເຮືອງເຫຼືອງເຫຼື້ອມທີ່ບັນພະບູລຸດເຮົາສ້າງໄວ້ເກືອບ 500 ປີກ່ອນນັ້ນ ເກືອບຈະບໍ່ຍັງເຫຼືອແມ່ນແຕ່ຮ່ອງຮອຍ. ຄວາມໂຫດຮ້າຍ ປ່າເຖື່ອນໃນການທຳລາຍລ້າງຜານຂອງສະຫຍາມທີ່ມີຕໍ່ລາວເວລາໃດກໍ່ຍັງຝັງເລິກຢູ່ໃນ ດວງຈິດດວງໃຈຂອງຄົນລາວຕະຫຼອດມາ.
ພາຍຫຼັງ ເຈົ້າອະນຸວົງ ຖືກປະຫານຊີວິດດ້ວຍການທໍລະມານຮ່າງກາຍອັນປ່າເຖື່ອນແລ້ວ ກໍ່ຍັງເກີດມີຂະບວນການຕ້ານສະຫຍາມເຊັ່ນ: “ເສິກສາມໂບກ (ນ້ຳພອງ ຈັງຫວັດຂອນແກ່ນ) 1893”, ຂະບວນການຕໍ່ສູ້ຂອງເຈົ້າຟ້າຂາວ ຍາດພີ່ນ້ອງຂອງ ເຈົ້າລາຊະດາ ໃນເຈົ້າເມືອງຈຳປາສັກ, ພະຍາອຸທຸມພອນ ເຈົ້າເມືອງອຸທຸມພອນ, ພະຍາສ້າງດີ ເຈົ້າເມືອງອັດຕະປື ແລະ ຂະບວນການ ຕໍ່ສູ້ອື່ນໆ ທີ່ໄດ້ປະຮ່ອງຮອຍແຫ່ງການຕໍ່ສູ້ໄວ້ ເຊິ່ງມູນເຊື້ອຕໍ່ສູ້ນັ້ນ ໄດ້ລຸກເປັນໄຟໃນສະໄໝຝຣັ່ງມາປົກຄອງ.
ລາຊະວົງຕະກູນຟູ(ຊົນເຜົ່າຈີນຫໍໍ້)ປະຫວັດສາດພາກເໜືອສຸຸດຂອງປະເທດລາວ.
ປະມານສະຕະວັັັັດທີ່ສີີບແປດ. ຈາກປະມານປີ1760ເຖິງປີ1967.ລາຊະວົງຟູ ໄດ້ປົກຄອງພາກເໜືອສຸດຂອງປະເທດລາວ ປະມານ200ກ່ວາປີ. ໃນປະຫວັດສາດສະໄໝໃໝ່ຂອງລາວ,ມີລາຊະວົົງຟູູູທີ່ປົກຄອງບັນດາແຂວງພາກເໜືອສຸຸດແຂວງຜົ້ງສາລີແຂວງຫຼວງນໍ້າທາແຂວງອຸດົມໄຊຢຸນນານພາກໃຕ້ສຸດ(ປະເທດຈີນ)ແລະເຂດອ້ອມແອ້ມປະມານສອງຮ້ອຍກ່ວາປີ.ພະຍາຟູແມ່ນທູດພິເສດທີ່ສົ່ງໂດຍລາຊະວົງຊິງ(ປະເທດຈີນ清朝)ໄປໄທ,ມຽນມາແລະລາວ.ພະຍາຟູໄດ້ພາລູກນ້ອງທະຫານໄປຕັ້ງຖິ່ນຖານຢູ່ ແຂວງຜົ້ງສາລີີີຈັດຕັັ້ັັ້ງຂຶ້ນການບໍລິຫານແລະຕັັ້ງ ຊື່ຂື້ນລາຊະວົົງຟູເປັນເຈົ້າຟູ. ຢູ່ປະເທດລາວກໍ່ໃສ່ຊື່ວ່າພະຍາຊົມພູ
ເມື່ອປະມານຫນຶ່ງພັນກວ່າປີກໍ່ມີຄົນຈີນຫໍ້ມາຮອດພາກເໜືອຂອງປະເທດລາວແລະເຂດອ້ອມແອ້ມແຕ່ບໍ່ມີຜູ້ໃດປົກຄອງມາກ່ອນມີແຕ່ຕະກູນຟູ ໄດ້ສ້າງຕັ້ງການບໍລິຫານແລະຄຸ້ມຄອງຢູ່ພາກເໜືອຂອງປະເທດລາວແລະເຂດອ້ອມແອ້ມປະມານ200ກ່ວາປີ.
ສະໄໝຕົກເປັນຫົວເມືອງຂຶ້ນ ປະກາດເອກະລາດ ແລະ ສົງຄາມກາງເມືອງ
ໄລຍະ 60 ປີ ທີ່ລາວເປັນເມືອງຂຶ້ນຝຣັ່ງ
ພາຍຫຼັງໄດ້ຍຶດເອົາ 12 ຈຸໄທ, ອານາມ, ໂກແຊງຊິນ ແລະ ກຳປູເຈຍ ໄດ້ແລ້ວ ຝຣັ່ງກໍ່ໄດ້ມາຍຶດເອົາລາວ ໃນປີ 1893 ໂດຍໄລ່ສະຫຍາມອອກຈາກລາວ, ເຊັນສັນຍາແບ່ງເຂດປົກຄອງ ລະຫວ່າງ ຝຣັ່ງ ແລະ ສະຫຍາມ ໂດຍໃຫ້ດິນແດນຝັ່ງຊ້າຍ ຂອງແມ່ນ້ຳຂອງ ເປັນຂອງຝຣັ່ງ ແລະ ຝັງຂວາ ເປັນຂອງສະຫຍາມ ໃນວັນທີ 3/10/1893, ເຮັດໃຫ້ດິນແດນຂອງລາວຫຼາຍກວ່າເຄິ່ງນຶ່ງຖືກສູນເສຍ ແລະ ຕົກເປັນຂອງສະຫຍາມ ອັນສ້າງຄວາມເຈັບປວດ ໃຫ້ກັບປະຊາຊົນລາວຢ່າງບໍ່ມີວັນລືມ.
ພາຍຫຼັງໄດ້ ເຊັນສັນຍາ ແບ່ງເຂດແດນກັບສະຫຍາມແລ້ວ ຝຣັ່ງກໍ່ຈັດລະບຽບການປົກຄອງຂຶ້ນຢູ່ລາວ ຕາມແບບສະບັບຂອງສະຫຍາມໂດຍ ແບ່ງເປັນ 10 ແຂວງ ແລະ ຖືເອົາວຽງຈັນ ເປັນທີ່ຕັ້ງຂອງສຳນັກງານ ສຳລັບຂ້າຫຼວງໃຫຍ່ປະຈຳລາວ, ເອົາຄົນຝຣັ່ງເປັນເຈົ້າແຂວງ ສ່ວນເຈົ້າເມືອງ ຕາແສງ ແລະ ນາຍບ້ານນັ້ນປະໃຫ້ຄົນລາວ ເປັນເອງເພື່ອເກັບສ່ວຍຈາກປະຊາຊົນ, ເກນເອົາຄົນໄປອອກແຮງງານ ໂດຍວາງລະບຽບການອອກຄື: ຜູ້ຊາຍອາຍຸ 18 ປີ ຂຶ້ນໄປຕ້ອງໄດ້ເສຍສ່ວຍໄຖ່ການໄປເຮັດວຽກ 15 ວັນ ໃນ 1 ປີ ໂດຍບໍ່ມີຄ່າຕອບແທນແຮງງານແຕ່ຢ່າງໃດ, ພວກເຂົາໄດ້ຕັດເອົາໄມ້ເນື້ອດີ, ຂຸດເອົາແຮ່ທາດ ຈຳນວນໜຶ່ງກັບຄືນເມືອສ້າງຄວາມຮັ່ງມີໃຫ້ປະເທດແມ່, ສ້າງໂຮງຮຽນຈຳນວນໜຶ່ງເພື່ອລູກຫຼານຂອງເຂົາ ແລະ ລູກຫຼານຂອງຄົນລາວທີ່ເຮັດການນຳຝຣັ່ງ, ສ້າງໂຮງໝໍ ໃນເມືອງຈຳນວນໜຶ່ງ ເພື່ອປິ່ນປົວເຂົາເອງ ແລະ ສ້າງຖະໜົນ ຫົນທາງຈຳນວນໜຶ່ງ ໂດຍເກນເອົາແຮງງານຂອງປະຊາຊົນ ໄປເຮັດເພື່ອຂົນສົ່ງສິນຄ້າສຳລັບພວກເຂົາ. ຢູ່ໃຕ້ແອກປົກຄອງຂອງຝຣັ່ງ ໄດ້ເກີດມີໄພພິບັດໃຫຍ່ 4 ປະການທີ່ຂົ່ມຂູ່ຊີວິດຂອງຄົນລາວເຊັ່ນ: ໄພແຫ່ງຄວາມອຶດຫິວ, ໄພແຫ່ງຄວາມກືກໜັງສື, ໄພແຫ່ງໂລກລະບາດບໍ່ມີຢຸກຢາປິ່ນປົວ ແລະ ໄພແຫ່ງຄວາມໂງ່ຈ້າຫຼ້າຫຼັງ ແລະ ຄວາມຕ່ຳຕ້ອຍສູນເສຍອິດສະຫຼະພາບ ແຫ່ງຄວາມເປັນຄົນຍ້ອນປະເທດຊາດສູນເສຍເອກະລາດ.
ຕໍ່ໜ້າສະພາບການດັ່ງກ່າວ ໂດຍເສີມຂະຫຍາຍມູນເຊື້ອແຫ່ງ ການຕໍ່ສູ້ໃນການສ້າງຊາດ ແລະ ປົກປັກຮັກສາຊາດ ຂອງບັນດາ ບັນພະບູລຸດຕົນເປັນຕົ້ນ ແມ່ນການນຳພາຕໍ່ສູ້ບໍ່ຍອມຈຳນົນຂອງເຈົ້າອານຸວົງ ແລະ ເຈົ້າລາຊະວົງ ທີ່ໄດ້ຕໍ່ສູ້ ກັບສັດຕູຈົນເຖິງຢາດເລືອດ ຢາດສຸດທ້າຍນັ້ນ ປະຊາຊົນລາວ ບັນດາເຜົ່າໄດ້ຕໍ່ສູ້ ກັບລັດທິລ່າເມືອງຂຶ້ນແບບເກົ່າ ດ້ວຍຫຼາຍຮູບການ ນັບແຕ່ຫຼົບຫຼີກ ບໍ່ໄປເຮັດການ 15 ວັນ, ຫຼົບຫຼີກບໍ່ເສຍສ່ວຍໄຖ່ການ ຫຼື ໄປເຮັດການ ກໍເຮັດແບບແປະໆບາງໆ ຫຼື ມ້າງເຄື່ອງຈັກເຄື່ອງລານ. ຈາກຮູບການຕໍ່ສູ້ເຫຼົ່ານີ້ກໍ່ເກີດມີ ການຕໍ່ສູ້ເປັນກຸ່ມ ກ້ອນຈົນເກີດມີຂະບວນການໃຫຍ່ເຊັ່ນ: ການຕໍ່ສູ້ຂອງປະຊາຊົນຊາວສະຫວັນນະເຂດ ພາຍໃຕ້ການຳພາຂອງ ພໍ່ກະດວດ, ຂະບວນການຕໍ່ສູ້ຂອງເຜົ່າມົ້ງ ຢູ່ແຂວງຫົວພັນ ແລະ ແຂວງຊຽງຂວາງ ນຳໂດຍ ເຈົ້າຟ້າປັດໄຈ, ຂະບວນການຕໍ່ສູ້ຂອງເຜົ່າລື້ ນຳໂດຍ ເຈົ້າຟ້າເມືອງສິງ ແລະ ຂະບວນການຕໍ່ສູ້ຂອງຊົນເຜົ່າລາວເທິງ ຢູ່ພາກໃຕ້ ນຳໂດຍ ອົງແກ້ວ-ອົງກົມມະດຳ.
ພາຍຫຼັງມີພັກກອມມູນິດອິນດູຈີນນຳພາ (1930) ເຮັດໃຫ້ການຕໍ່ສູ້ທີ່ໄຮ້ທິດທາງໃນເມື່ອກ່ອນນັ້ນ ໄດ້ຫັນມາສູ່ການຕໍ່ສູ້ທີ່ມີທິດທາງ, ມີຈຸດໝາຍປາຍທາງ, ມີການຈຳແນກມິດ-ສັດຕູຢ່າງຈະແຈ້ງ ອັນໄດ້ເຮັດໃຫ້ການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າເຕີບໃຫຍ່ຂຶ້ນເປັນລຳດັບ ແລະ ຍາດເອົາໄຊຊະນະມາໄດ້ຢ່າງຕໍ່ເນື່ອງ.
ປີ 1934 ໄດ້ມີກອງປະຊຸມຄັ້ງທຳອິດ ເພື່ອຈັດຕັ້ງ ຄະນະພັກແຄວ້ນລາວຂຶ້ນ ຢູ່ດອນຊິງຊູ້ນະຄອນຫຼວງວຽງຈັນ ເຮັດໃຫ້ການນຳພາ ການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບເກົ່າ ນັບມື້ນັບຂະຫຍາຍຕົວ. ບັນດາເຫດການ ທີ່ເປັນຂີດໝາຍ ທາງປະຫວັດສາດ ໃນພາລະກິດຕໍ່ຕ້ານກັບ ລັດທິລ່າເມືອງຂຶ້ນແບບເກົ່າ ອັນໄດ້ແກ່ການລຸກຮື້ຂຶ້ນ ຢຶດເອົາອຳນາດການປົກຄອງຢູ່ວຽງຈັນ ໃນວັນທີ 23 ສິງຫາ 1945 ໄດ້ນຳໄປສູ່ ການປະກາດເອກະລາດ 12 ຕຸລາ ໃນປີດຽວກັນ, ສ້າງຕັ້ງລັດຖະບານລາວອິດສະຫຼະຊົ��ວຄາວ. ຫຼັງຈາກນັ້ນ ກໍ່ໄດ້ຫັນທິດອອກສູ່ຊົນນະບົດ ເພື່ອຕ້ານກັບການມາຍຶດຄອງລາວ ຄັ້ງທີ 2 ຂອງຝຣັ່ງ, ໄດ້ສ້າງຕັ້ງແນວລາວອິດສະຫຼະ ແລະ ລັດຖະບານຕໍ່ຕ້ານ ເພື່ອເຕົ້າໂຮມປະຊາຊົນ ດຳເນີນການຕໍ່ຕ້ານ ໂດຍສົມທົບກັບກອງທັບ ແລະ ປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ້ກັບລັດທິລ່າເມືອງຂຶ້ນແບບເກົ່ານານເຖິງ 9 ປີ ຈົນໄດ້ຮັບໄຊຊະນະຢູ່ສະໜາມຮົບດຽນບຽນຟູ, ອັນນຳໄປສູ່ກອງປະຊຸມເຊີແນວ ປີ 1954 ກ່ຽວກັບອິນດູຈີນ; ໂລກໄດ້ຮັບຮູ້ເອກະລາດ, ອຳນາດອະທິປະໄຕ ຂອງສາມຊາດອິນດູຈີນ ແລະ ນຳເອົາ ປະເທດລາວເຂົ້າສູ່ໄລຍະສັນຕິພາບ ແລະ ຄວາມປອງດອງຂອງຊາດ ເປັນເວລາສັ້ນ, ຈາກນັ້ນບ້ານເມືອງ ກໍ່ກັບຄືສູ່ສົງຄາມເທື່ອໃໝ່.
ສະໄໝເປັນສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ
ໃນວັນທີ 2 ທັນວາ ຄ.ສ 1975 ກອງປະຊຸມຜູ້ແທນທົ່ວປະເທດໄດ້ໄຂຂື້ນທີ່ນະຄອນຫຼວງວຽງຈັນ ເຊິ່ງມີຜູ້ແທນເຂົ້າຮ່ວມ 264 ທ່ານ ເພື່ອຄົ້ນຄວ້າຕີລາຄາສະຖານະການຮ່ວມກັນ ແລະ ພິຈາລະນາອະນາຄົດຂອງປະເທດຊາດ. ຜ່ານການຄົ້ນຄວ້າພິຈາລະນາ, ຮັບຮອງເອົາການປະກາດຍຸບຕົວຂອງລັດຖະບານປະສົມຊົ່ວຄາວແຫ່ງຊາດ. ກອງປະຊຸມຍັງໄດ້ຕົກລົງມະຕິຮັບຮອງເອົາທຸງສາມສີວົງເດືອນເປັນທຸງຊາດລາວ, ຮັບຮອງເອົາເນື້ອຮອງເພງຊາດໃໝ່, ຮັບຮອງເອົາພາສາລາວ ເປັນພາສາທາງການ ແລະ ປະກາດປະເທດລາວເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະກາດແຕ່ງຕັ້ງ ທ່ານ ສຸພານຸວົງ ເປັນປະທານປະເທດ, ແຕ່ງຕັ້ງທ່ານ ໄກສອນ ພົມວິຫານ ເປັນນາຍົກລັດຖະມົນຕີ, ແຕ່ງຕັ້ງ ເຈົ້າສີສະຫວ່າງວັດທະນາ ເປັນທີ່ປຶກສາສູງສູດຂອງປະທານປະເທດ, ແຕ່ງຕັ້ງ ເຈົ້າສຸວັນນະພູມມາ ເປັນທີ່ປຶກສາສູງສູດຂອງລັດຖະບານ ແລະ ຜ່ານມະຕິອື່ນໆ. ໃນວັນທີ 2 ທັນວາ ຄ.ສ 1975 ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດອັນສະງ່າງາມ.
ການເມືອງ
ນັບຕັ້ງແຕ່ການຍຶດອຳນາດຂອງຂະບວນການມາກ-ເລນິນທີ່ນຳໂດຍພັກປະຊາຊົນປະຕິວັດລາວໃນປີ ຄ.ສ. 1975 ປະເທດລາວຈຶ່ງກາຍເປັນລັດພັກການເມືອງດຽວ ແລະແມ່ນໜຶ່ງໃນຫ້າລັດຂອງໂລກທີ່ຍັງຄົງຢູ່ພາຍໃຕ້ລະບອບຄອມມູນິດຫຼັງຈາກການລົ່ມສະຫຼາຍຂອງລະບອບສັງຄົມນິຍົມໃນຊ່ວງປີ ຄ.ສ. 1989 ແລະປີ ຄ.ສ. 1991 ການເມືອງຂອງປະເທດຖືກຄອບງຳໂດຍໂຄງສ້າງຄູ່ຂອງພັກແລະອຳນາດລັດ ຮວມເຖີງເຈົ້າໜ້າທີ່ລັດທັງໝົດກໍ່ແມ່ນສະມາຊິກພັກປະຊາຊົນປະຕິວັດເຊ່ນກັນ ດ້ວຍເຫດນີ້ ທຳໃຫ້ພັກປະຊາຊົນປະຕິວັດມີອຳນາດໃນການປົກຄອງແບບບໍ່ຈຳກັດ ແລະຄວບຄຸມກິດຈະການຕ່າງໆ ທັງມວນໃນປະເທດ[22] ອົງການນອກພາກລັດຟຣີດອມເຮ້າສ໌ (Freedom House) ໄດ້ຈັດໃຫ້ລະບົບການເມືອງຂອງປະເທດລາວວ່າມີລັກສະນະ "ບໍ່ເສລີ" ແລະໃຫ້ຄະແນນໃນລະດັບຕ່ຳຫຼາຍສຳຫຼັບຫານຄຸ້ມຄອງສິດທິທາງການເມືອງແລະສິດທິຂອງພົນລະເມືອງ[23]
ປະມຸກລັດຂອງລາວ ຄື ປະທານປະເທດ ຊຶ່ງຍັງດຳລົງຕຳແໜ່ງປະທານພັກປະຊາຊົນປະຕິວັນລາວດ້ວຍ ໂດຍປະທານປະເທດແມ່ນຜູ້ແຕ່ງຕັ້ງນາຍົກລັດຖະມົນຕີ ຮອງນາຍົກລັດຖະມົນຕີ ລັດທະມົນຕີ ຫົວໜ້າຜູ້ບໍລິຫານແຂວງ ແລະຫົວໜ້າຜູ້ບໍລິຫານເມືອງ ໂດຍການແຕ່ງຕັ້ງຕຳແໜ່ງທັງໝົດຕ້ອງຜ່ານການຍືນຍັນຈາກສະພາແຫ່ງຊາດ
ອຳນາດນິຕິບັນຍັດ
ຕາມລັດຖະທຳມະນູນ ໂຄງສ້າງສູງສຸດຂອງລັດລາວແລະສະພານິຕິບັນຍັດ ຄື ສະພາແຫ່ງຊາດ ແມ່ນສະພາດ່ຽວ ມີທັງໝົດ 132 ທີ່ນັ່ງ ຊຶ່ງຈະປ່ຽນແປງໃນທຸກໆ 5 ປີ ຜ່ານການເລືອກຕັ້ງທົ່ວໄປ ສະພາແຜ່ງຊາດຈະປະຊຸມປີລະສອງຫົນເປັນເວລາສອງສາມສັບປະດາ[22] ຫຼັງຈາກນັ້ນ ຄະນະກຳມະການປະຈຳຈະຕິດຕາມການດຳເນີນການຕາມການພິຈາລະນາ ຕີຄວາມລັດຖະທຳມະນູນ ແລະສະເໜີຜູ້ສະມັກຮັບຕຳແໜ່ງສຳຄັນ ໂດຍຄະນະກຳມະການປະຈຳປະກອບດ້ວຍ ປະທານສະພາແຫ່ງຊາດ ຮອງປະທານ ແລະຜູ້ແທນແປດຄົນ ຊຶ່ງຄະນະກຳມະການສະພາແຕ່ລະສ່ວນ ໜົ່ວຍງານພາຍໃນ ແລະສຳນັກງານຂອງທັ້ງ 18 ແຂວງ ກໍ່ຢູ່ພາຍໃຕ້ສະພາແຫ່ງຊາດດ້ວຍ[24]
ໜ້າທີ່ຂອງສະພາແຫ່ງຊາດ ຄື ການເລືອກປະທານປະເທດດ້ວຍສຽງຂ້າງມາກປະມານສອງເຖິງສາມ ເພື່ອແຕ່ງຕັ້ງນາຍົກລັດຖະມົນຕີຕາມຄຳຮ້ອງຂໍຂອງປະທານປະເທດ ເຊ່ນດຽວກັບລັດຖະມົນຕີ ປະທານສານປະຊາຊົນສູງສຸດ ແລະໄອຍະການສູງສຸດ[22] ຢ່າງໃດກໍ່ດີ ໃນທາງປະຕິບັດແລ້ວ ມີພຽງສະເພາະການຕັດສິນໃຈຂອງຄະນະກຳມະການກາງພັກປະຊາຊົນປະຕິວັດເທົ່ານັ້ນ ທີ່ໄດ້ຮັບການອະນຸມັດ[24]
ອົງກອນມວນຊົນຍັງຄົງໄດ້ຮັບອະນຸຍາດໃຫ້ສົ່ງຮ່າງກົດໝາຍພາຍໃຕ້ເງື່ອນໄຂບາງປະການ ແຕ່ສະພາແຫ່ງຊາດເປັນຜູ້ຮັບຜິດຊອບໃນການອະນຸມັດການວາງແຜນເສດຖະກິດ ງົບປະມານ ແລະການປ່ຽນແປງໃນລັດຖະບານ
ຝ່າຍບໍລິຫານ
ອຳນາດບໍລິຫານຢູ່ທີ່ປະທານປະເທດແລະຄະນະລັດຖະມົນຕີ ໂດຍນາຍົກລັດຖະມົນຕີເປັນປະທານຄະນະລັດຖະມົນຕີ ແຕ່ມີອຳນາດການຕັດສິນໃຈພຽງເລັກນ້ອຍ ໃນທາງປະຕິບັດ ການຕັດສິນໃຈຂອງຄະນະກຳມະການກາງຂອງພັກປະຊາຊົນປະຕິວັດດຳເນີນການໂດຍຜູ້ບໍລິຫານ[24]
ເຊ່ນດຽວກັບການບໍລິຫານງານຂອງແຂວງແລະເມືອງ ທີ່ມີໂຄງສ້າງເໝືອນກັນກັບລັດຖະບານກາງ ແຕ່ຕັວແທນເມືອງໄດ້ຮັບເລືອກຈາກປະຊາຊ��ນແລະແຕ່ງຕັ້ງຢ່າງເປັນທາງການໂດຍຫົວໜ້າຜູ້ບໍລິຫານແຂວງ
ເສດຖະກິດຂອງລາວ
ສະພາບເສດຖະກິດ-ສັງຄົມ
ການພັດທະນາເສດຖະກິດ-ສັງຄົມ 5 ປີ (2016—2018): ຕົວເລກເສດຖະກິດແຫ່ງຊາດ ໂດຍສະເພາະ ແມ່ນລວມຍອດຜະລິດຕະພັນພາຍໃນ (ຈີດີພີ) ບັນລຸ 219.853 ຕື້ກີບ, ລະດັບການເຕີບໂຕສະເລ່ຍ 6,9% ຕໍ່ປີ, ຂະນະທີ່ຕົວເລກການລົງທຶນທັງຫມົດ ບັນລຸເກືອບ 62 ພັນຕື້ກີບ.
ໂຄງປະກອບເສດຖະກິດກໍ່ໄດ້ຫັນປ່ຽນຈາກກະສິກອນທຳມະຊາດ ໄປເປັນອຸດສາຫະກຳ ແລະ ກົນໄກຕະຫຼາດ, ໃນນັ້ນ ຈີດີພີ ໃນຂະແຫນງກະສິກຳ-ປ່າໄມ້ ເພີ່ມຂຶ້ນສະເລ່ຍ 4% ກວມເອົາ 30,4%, ອຸດສາຫະກຳເພີ່ມຂຶ້ນສະເລ່ຍ 12,6% ກວມເອົາ 26% ແລະ ບໍລິການເພີ່ມຂຶ້ນສະເລ່ຍ 8,4% ກວມເອົາ 37,2% ຂອງຈີດີພີ ມີການລົງທຶນທັງຫມົດປະມານ 62 ພັນຕື້ກີບທຽບໃສ່ແຜນ ການ 5 ປີ ຄັ້ງທີ V ເພີ່ມຂຶ້ນສອງເທົ່າ, ໃນນັ້ນຈາກງົບປະມານລັດ 3.980 ພັນຕື້ກີບ, ຈາກທຶນການຊ່ວຍເຫຼືອທາງການເພື່ອການໂ (ODA) 20,76 ພັນຕື້ກີບ ແລະ ການລົງທຶນຈາກເອກະຊົນພາຍໃນ ແລະ ຕ່າງປະເທດ 37,26 ພັນຕື້ກີບ.
ການຜະລິດເຂົ້າສະເລ່ຍໄດ້ 2,9 ລ້ານໂຕນຕໍ່ປີ, ສາລີໄດ້ 760.000 ໂຕນ, ອ້ອຍໄດ້ 703.000 ມູນຄ່າເພີ່ມຂອງຂະແໜງອຸດສາຫະກຳປຸງແຕ່ງຂະຫຍາຍຕົວສະເລ່ຍ 9,4% ຕໍ່ປີ, ມີ 24.331 ຫົວຫນ່ວຍກວມ 19,2% ຂອງຈຳນວນວິສາຫະກິດທັງຫມົດ.
ເຂື່ອນໄຟຟ້າທັງຫມົດມີ 61 ແຫ່ງ ແລະ ເຂື່ອນຂະໜາດນ້ອຍອີກ 15 ແຫ່ງ ມີກຳລັງຕິດຕັ້ງ 7.207,24 ເມກາວັດ, ສາມາດຜະລິດກະແສໄຟຟ້າໄດ້ທັງໝົດ 37.366,66 ກິກາວັດໂມງຕໍ່ປີ. ມີສາຍສົ່ງ ໄຟຟ້າທັງຫມົດຍາວ 19.503 ກິໂລແມັດ. ຂຸດຄົ້ນ ແລະ ຫຼອມຄຳແທ່ງບັນລຸ 38,01 ໂຕນ, ທອງແຜ່ນ 321.487 ໂຕນ ແລະ ທອງຝຸ່ນ 585.607 ໂຕນ. ການສ້າງເສັ້ນທາງສະເລ່ຍເພີ່ມຂຶ້ນ 4,6% ຕໍ່ປີ ຫຼື ປະມານ 1.846 ກິໂລແມັດຕໍ່ປີ, ປະຈຸບັນທາງມີຄວາມຍາວທັງຫມົດ 52.230 ກິໂລແມັດ ມີນັກທ່ອງທ່ຽວເຂົ້າມາລາວ 4,1 ລ້ານເທື່ອຄົນຕໍ່ປີ ເພີ່ມຂຶ້ນສະເລ່ຍ 15,8% ຕໍ່ປີ ແລະ ສ້າງລາຍຮັບສະເລ່ຍໄດ້ 624,04 ລ້ານໂດລາສະຫະລັດຕໍ່ປີ.
ທາງດ້ານການເກັບລາຍຮັບງົບປະມານ ກໍ່ສາມາດບັນລຸໄດ້ 38.658,26 ຕື້ກີບ ເທົ່າກັບ 17,6% ຂອງຈີດີພີ, ລາຍຈ່າຍ 48.116,41 ຕື້ກີບ ເທົ່າກັບ 21,9% ຂອງຈີດີພີ ເທົ່າກັບ 97% ຂອງແຜນການ; ພ້ອມກັນນັ້ນ ການສົ່ງອອກກໍ່ບັນລຸ 5,69 ຕື້ໂດລາ,ການນຳເຂົ້າ 6,61 ຕື້ໂດລາສະຫະລັດ, ຂາດດຸນ 0,92 ຕື້ໂດລາສະຫະລັດ ເທົ່າກັບ 3,8% ຂອງຈີດີພີ.
(ສະເພາະປີສຸດທ້າຍຂອງການປະຕິບັດແຜນການ 5 ປີ ຄັ້ງທີ VI ຈີດີພີບັນລຸ 7,9%, ເຊິ່ງປີ 2010 ຜ່ານມາສະຫະປະຊາຊາດໄດ້ ຕີລາຄາວ່າ ສປປ ລາວ ເປັນ 1 ໃນ 10 ປະເທດເສດຖະກິດຂະຫຍາຍຕົວສູງຂອງໂລກ).
ການລົງທຶນ
ລັດຖະບານລາວ ຈະສືບຕໍ່ນະໂຍບາຍ ສົ່ງເສີມ ການມີສ່ວນຮ່ວມຂອງທຸກພາກສ່ວນ ເຂົ້າໃນການພັດທະນາເສດຖະກິດສັງຄົມ ທັງພາກລັດ ແລະ ເອກະຊົນ, ພາຍໃນ ແລະ ຕ່າງປະເທດ; ພ້ອມກັນນັ້ນ ກໍຈະປັບປຸງ ສະພາບແວດ ລ້ອມການລົງທຶນ ໃຫ້ດີຂຶ້ນຕື່ມອີກ ທັງໃນດ້ານພື້ນຖານໂຄງລ່າງ ແລະ ດ້ານການບໍລິການ, ດ້ານນິຕິກຳ ແລະ ດ້ານລະບຽບການພິຈາລະນາອະນຸມັດ. ກ່ອນອື່ນຈະໄດ້ອອກດຳລັດວ່າດ້ວຍການຈັດຕັ້ງ ປະຕິບັດກົດໝາຍລົງທຶນ ສະບັບປັບປຸງໃໝ່ ໃຫ້ລະອຽດຈະແຈ້ງ, ຮັດກຸມ ແລະ ໂປ່ງໄສ. ການລົງທຶນຢູ່ ສປປ ລາວ ຍັງມີຫຼາຍ ເປັນຕົ້ນ ແມ່ນໃນ ຂົງເຂດ ການຜະລິດ ແລະ ປຸງແຕ່ງກະສິກຳ ຫຼື ກະສິກຳ- ອຸດສາຫະກຳ; ຂົງເຂດພະລັງງານໄຟຟ້ານ້ຳຕົກ ແລະ ໄຟຟ້າຄວາມຮ້ອນ, ພະລັງງານຊີວະພາບ ແລະ ພະລັງງານທົດແທນ, ຂົງເຂດການຂຸດຄົ້ນ ແລະ ປຸງແຕ່ແຮ່ທາດ ໃນນັ້ນ ລວມທັງແຮ່ທາດປະເສີດ ແລະ ແຮ່ທາດທີ່ຫາຍາກ; ຂົງເຂດການບໍລິການໂຮງແຮມ ແລະ ທ່ອງທ່ຽວ; ການຂົນສົ່ງ ແລະ ລະບົບ logistic, ຕະຫຼອດ ທັງຂົງເຂດການສຶກສາ ວິຊາຊີບ ແລະ ການບໍລິການດ້ານສາທາລະນະສຸກ ທີ່ທັນສະໄຫມ.
ຕະຫຼາດຫຼັກຊັບ
ຕະຫຼາດຫຼັກຊັບແຫ່ງທຳອິດຂອງລາວ ໄດ້ເປີດຢ່າງເປັນທາງການໃນວັນທີ 10.10.2010 ເວລາ 10.10 ນາທີ,ສຳລັບວັນເປີດການຊື້-ຂາຍ ຢ່າງເປັນທາງການແມ່ນວັນທີ 11.1.2011 ເວລາ 11:11 ນາທີ ນີ້ຢູ່ຕະຫຼາດຫຼັກຊັບລາວ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວມີທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ, ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ບັນດາຮອງປະທານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ, ຄະນະຄຸ້ມຄອງຫຼັກຊັບຫວຽດນາມ, ສ. ເກົາຫຼີ, ໄທ ພ້ອມດ້ວຍແຂກຖືກເຊີນພາກສ່ວນທີ່ກ່ຽວຂ້ອງຕະຫຼອດຮອດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ. ໂດຍເບື້ອງຕົ້ນມີ 2 ບໍລິສັດເຂົ້າມາຈົດທະບຽນຄື: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນຖືຮຸ້ນ 20 ລ້ານກວ່າຮຸ້ນ,8.000 ກີບຕໍ່ຮຸ້ນ, ບໍລິສັດຜະລິດໄຟຟ້າມະຫາຊົນຖືຮຸ້ນ 200 ກວ່າລ້ານຮຸ້ນ, 4.700 ກີບຕໍ່ຮຸ້ນ. ຄາດວ່າ ຈະມີອີກ 10 ກວ່າບໍລິສັດເຂົ້າມາຈົດທະບຽນຕະຫຼາດຫຼັກຊັບແຫ່ງທຳອິດດ້ວຍ ແລະ ຄວາມເປັນທຳ.
ການຮ່ວມມືໃນພູມມີພາກອາຊຽນ ລາວເຂົ້າເປັນສະມາຊິກອາຊຽນເມື່ອວັນທີ 23 ກໍລະກົດ 1997 ແລະ ໄດ້ເປັນປະທານ ຄະນະກຳມະການອາຊຽນເມື່ອປີ 2004.
- ຍຸດທະສາດຄວາມຮ່ວມມືທາງດ້ານເສດຖະກິດອິລະວະດີ-ເຈົ້າພະຍາ-ແມ່ນ້ຳຂອງ (Ayeyawady-Chao Phraya-Mekong Economic Cooperation Strategy — ACMECS)
- ຄວາມຮ່ວມມືສາມຫຼ່ຽມມໍລະກົດ
ການຄ້າ
ດ້ານການຄ້າ ອັນພົ້ນເດັ່ນແມ່ນໄດ້ປັບປຸງ ແລະ ຫັນເອົາຫົວຫນ່ວຍທຸລະກິດເຂົ້າສູ່ການຈັດຕັ້ງ, ມີການນຳພາ ແລະ ເຄື່ອນໄຫວເຂົ້າສູ່ລະບົບລະບຽບ, ຕັ້ງເປັນກຸ່ມຕາມໝວດສິນຄ້າ ແລະ ເຄື່ອນໄຫວ ໃຫ້ຕິດພັນກັບການປະຕິບັດ ແຜນດູນສິນຄ້າຢ່າງເຂັ້ມງວດ, ເຮັດໃຫ້ມາດຕະການຄຸ້ມຄອງຂາອອກ-ຂາເຂົ້າ ໄດ້ຮັບການປະຕິບັດດີຂຶ້ນ, ອັດຕາສ່ວນການຂາດດູນການຄ້າກັບຕ່າງປະເທດ ໄດ້ຫຼຸດລົງ ຂາອອກ ໄດ້ຮັບການສົ່ງເສີມ ແລະ ເພີ່ມຂຶ້ນໃນແຕ່ລະປີ, ຊຶ່ງມີຕົວເລກສະແດງອອກ ດັ່ງນີ້: ສົກປີ 1990—1991 ຂາເຂົ້າປະຕິບັດໄດ້ 249,18 ລ້ານໂດລາ, ຂາອອກ 137 ລ້ານໂດລາ; ສົກປີ 2000—2001 ການນຳເຂົ້າ ສາມາດ ປະຕິບັດໄດ້ 528,271 ລ້ານໂດລາ, ການສົ່ງອອກ 324,885 ລ້ານ ໂດລາ; ສົກປີ 2004—2005 ຂາເຂົ້າຄາດຄະເນປະຕິບັດໄດ້ 596 ລ້ານໂດລາ ແລະ ຂາອອກ ຄາດຄະເນປະຕິບັດໄດ້ 420 ລ້ານໂດລາ. ຂອດຂັ້ນ ແລະ ອຸປະສັກຕ່າງໆ ໃນການດຳເນີນ ທຸລະກິດ ຄ່ອຍໆໄດ້ຮັບການແກ້ໄຂເປັນກ້າວໆ, ຊຸກຍູ້ໃຫ້ບັນດາບໍລິສັດ ທີ່ເຮັດຂາເຂົ້າ-ຂາອອກ ຫັນມາເຮັດການຜະລິດ ເປັນສິນຄ້າ. ລາຄາສິນຄ້າປະເພດຕ່າງໆ ໂດຍສະເພາະແມ່ນສິນຄ້າຍຸດທະສາດ ແລະ ສິນຄ້າຈຳເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຕິດຕາມ, ກວດກາ, ຄຸ້ມຄອງໃຫ້ດີຂຶ້ນກວ່າເກົ່າ. ການຄຸ້ມຄອງຕາມຂະແໜງການໄດ້ຮັບການຈັດຕັ້ງປະຕິບັດນັບມື້ດີ ຂຶ້ນ. ໄດ້ສົມທົບກັບຂະແຫນງການ ແລະ ທ້ອງຖິ່ນໃນການສ້າງໂຄງ��ານຜະລິດເປັນສິນຄ້າ, ໄດ້ມີການປົກປ້ອງການຜະລິດພາຍໃນສຳລັບບາງປະເພດສິນຄ້າ,ໄດ້ວາງມາດຕະການຕ້ານ ແລະ ສະກັດກັ້ນ ການຄ້າຂາຍ ນອກລະບົບ, ການຄຸ້ມຄອງຮ້ານຄ້າປອດພາສີ, ລະບຽບການນຳເຂົ້າ ແລະ ອື່ນໆ. ໝຸນໃຊ້ວິທີການເພື່ອເຈາະຕະຫຼາດຕ່າງປະເທດ ໃຫ້ແກ່ສິນຄ້າລາວ ດ້ວຍຫຼາຍ ຮູບການ: ດຳເນີນການເຈລະຈາ ແລະ ເຊັນສັນຍາການຄ້າກັບຫຼາຍປະເທດ, ຈັດການ ພົບປະຜູ້ແທນຂັ້ນສູງໃນລະດັບມະຫາພາກເປີດໂອກາດໃຫ້ມີການພົບປະລະຫວ່າງນັກ ທຸລະກິດລາວ ກັບ ນັກທຸລະກິດ ແລະ ນັກລົງທຶນຂອງຕ່າງໆປະເທດ ເພື່ອຊອກຊ່ອງທາງພົວພັນຄ້າຂາຍ ແລະ ຮ່ວມມືກັນດ້ານການຜະລິດ, ເຈລະຈາຕໍ່ລອງຍາດແຍ່ງເອົາສິດທິພິເສດ ດ້ານການຄ້າກັບ ບັນດາປະເທດສະຫະພາບ ເອີລົບ (EU), ການພົວພັນການຄ້າແບບປົກກະຕິ ກັບສະຫະລັດ ອາເມລິກາ (NTR), ເຈລະຈາ ກັບປະເທດໃກ້ຄຽງ ເພື່ອໃຫ້ຊ່ວຍຮັບເອົາສິນຄ້າຂອງລາວ, ເຂົ້າຮ່ວມວາງສະແດງສາກົນ ລະດັບຕ່າງໆ ເພື່ອມີໂອກາດສະເໜີສິນຄ້າຂອງລາວ ຕໍ່ຊາວໂລກ, ສ້າງສູນສົ່ງເສີມ ການຄ້າລາວ ໂດຍນຳໃຊ້ລະບົບອິນເຕີເນັດເຂົ້າຊ່ວຍ ໃນການເກັບກຳ ແລະ ເຜີຍແຜ່ຂໍ້ມູນຂ່າວສານໃນວຽກງານການຄ້າກັບຕ່າງປະເທດ, ໄດ້ປະຕິບັດສັນຍາການຮ່ວມມືວ່າດ້ວຍ ເຂດການຄ້າເສລີອາຊຽນ (AFTA) ແລະ ໄດ້ເຂົ້າເປັນສະມາຊິກຂອງ ອົງການການຄ້າໂລກ (WTO) ໃນວັນທີ 2 ກຸມພາ ປີ 2013. ຄາດຫມາຍສູ້ຊົນຕົ້ນຕໍຂອງວຽກງານການຄ້າໃນຕໍ່ຫນ້າແມ່ນການສົ່ງອອກໃນແຜນການ 2006-2010 ສູ້ຊົນໃຫ້ຂະຫຍາຍຕົວສະເລ່ຍໃນອັດຕາ 15,8% ຕໍ່ປີ, ອັດຕາການຂະຫຍາຍ ຕົວດ້ານການນຳເຂົ້າແຕ່ປີ 2006-2010 ຄາດຄະເນໃຫ້ມີການຂະຫຍາຍຕົວໃນລະດັບ 8% ຕໍ່ປີ, ເຮັດໃຫ້ມູນຄ່າຂາອອກ-ຂາເຂົ້າມີຄວາມສົມດູນກັນໃນປີ 2010.
ສື່ມວນຊົນ
- ໂທລະພາບແຫ່ງຊາດລາວ
- ໂທລະພາບລາວສະຕາຣ໌
- ໂທລະພາບປ້ອງກັນຄວາມສະຫງົບ
- ໂທລະພາບນະຄອນຫຼວງວຽງຈັນ
- ໂທລະພາບກອງທັບປະຊາຊົນລາວ
- ໂທລະພາບທີວີລາວ
- ໂທລະພາບອີເອັມລາວ
- ວິທະຍຸກະຈາຍສຽງແຫ່ງຊາດ
- ວິທະຍຸກະຈາຍສຽງປ້ອງກັນຄວາມສະຫງົບ
- ໜັງສືພິມວຽງຈັນໃໝ່
- ໜັງສືພິມວຽງຈັນທາມ
- ໜັງສືພິມປ້ອງກັນຄວາມສະຫງົບ
- ໜັງສືພິມເສດຖະກິດ-ການຄ້າ
- ໜັງສືພິມປະຊາຊາຊົນ
- ໜັງສືພິມກອງທັບ
- ໜັງສືພິມສະພາແຫ່ງຊາດ
ສັງຄົມ
ປະຊາກອນ
ປະຈຸບັນ ປະຊາກອນລາວ ມີທັງໝົດ 7,588,447 ຄົນ (ຂໍ້ມູນປີ 2016ຂອງກະຊວງປ້ອງກັນຄວາມສະຫງົບ), ໃນນີ້ ກຸ່ມຄົນທີ່ມີອາຍຸແຕ່ 0 ຫາ 14 ປີ ກວມອັດຕາສ່ວນເຖິງ 37.8%, ໝວດອາຍຸແຕ່ 15 ຫາ 59 ປີ ມີ 56.5% ແລະ ໝວດອາຍຸແຕ່ 60 ປີຂື້ນໄປ ມີພຽງແຕ່ 6%. ກຸ່ມອາຍຸຕ່ຳຫາປານກາງກວມອັດຕາສ່ວນສູງຄືແນວນີ້ ບົ່ງບອກໃຫ້ຮູ້ວ່າປະຊາກອນລາວແມ່ນ ປະຊາກອນໜຸ່ມ ແລະ ສ່ວນວ່າກຸ່ມຄົນສູງອາຍຸ ມີພຽງແຕ່ 6% ນັ້ນ ສະແດງວ່າຄົນລາວມີອາຍຸຍືນສະເລ່ຍ ຕ່ຳ 64 ປີ (ຊາຍ 66 ປີ ແລະ ຍິງ 63 ປີ).
ໂຄງສ້າງດ້ານເພດ
ຕາມຕົວເລກຂອງຈຳນວນປະຊາກອນລາວ ໃນປີ 2008 ເພດຍິງມີຈຳນວນຫຼາຍເຖິງ 3.007.339 ຄົນ ເຊິ່ງເທົ່າກັບ 50.11% ແລະ ເພດຊາຍ 2.993.041 ຄົນ ເທົ່າກັບ 49.81%
ໂຄງສ້າງດ້ານອາຊີບ
ກຸ່ມຄົນທີ່ຢູ່ໃນໄວອອກແຮງງານ ຫຼື ໄວກຳລັງແຮງງານ ແມ່ນກຸ່ມຄົນຜູ້ມີອາຍຸແຕ່ 15 ຫາ 60 ປີ ເຊ່ິງກວມເອົາອັດຕາເຖິງ 56.5% ຂອງພົນລະເມືອງລາວທັງໝົດ. ໃນຈຳນວນຜູ້ອອກແຮງງານທັງໝົດນັ້ນ, ເຫັນວ່າຜູ້ຜະລິດ ໂດຍກົງ ກວມເອົາອັດຕາສ່ວນຫຼາຍກວ່າໝູ່ ເຊ່ິງໃນນັ້ນ ຊາວກະສິກອນມີ 85% ແລະ ກຳມະກອນ-ວິສາວະກອນ ມີ 9%. ສ່ວນທີ່ເຫຼືອນັ້ນແມ່ນຜູ້ຜະລິດໂດຍທາງອ້ອມ (ພະນັກງານບໍລິຫານ, ຜູ້ບໍລິການ, ສຶກສາ, ວັດທະນະທຳ, ສາທາລະນະສຸກ) ແລະ ພາກສ່ວນທີ່ບໍ່ມີອາຊີບແນ່ນອນ.
ໂຄງສ້າງດ້ານຊົນເຜົ່າ
- ໃນປັດຈຸບັນ ສປປ ລາວ ມີ 1 ຊົນຊາດ ຄື ຊາດລາວ, ມີ 50 ຊົນເຜົ່າ(ໃນກອງປະຊຸມສະໄໝສາມັນເທື່ອທີ່6 ຂອງສະພາແຫ່ງຊາດຊຸດທີ່8 ໄດ້ຮັບຮອງ ຊົນເຜົ່າບຣູ ເປັນທາງການ ຊຶ່ງໄດ້ຈຳນວນຊົນເຜົ່າໃນ ສປປ ລາວ ໄດ້ເພີ່ມຈາກ 49 ມາເປັນ 50 ເຜົ່າ ໃນປະຈຸບັນ) ແລະ ມີ 4 ໝວດພາສາ ມີດັ່ງນີ້:
- ໝວດທີ່ໃຊ້ພາສາຕະກູນ ລາວ-ໄຕ ຄື: ລາວ, ຜູ້ໄທ, ພວນ, ໄທດຳ, ໄທຂາວ, ລື້, ຍວນ, ແຊກ, ເມີ້ຍ, ກະດາບ, ຢັ້ງ, ໂຢ້ຍ, ຍໍ. ບັນດາຊົນເຜົ່າເຫຼົ່ານີ້ ສ່ວນຫຼາຍອາໄສຢູ່ຕາມເຂດລ້ອງແມ່ນ້ຳສາຍ.
ຕ່າງໆ. ເປັນຕົ້ນແມ່ນລ້ອງແມ່ນ້ຳຂອງ ໂດຍກວມເອົາ 55% ຂອງຈຳນວນພົນລະເມືອງທັງໝົດໃນທົ່ວປະເທດ.
- ໝວດທີ່ໃຊ້ພາສາຕະກູນ ມອນ-ຂະແມ: ປະກອບດ້ວຍເຜົ່າຂະມຸ(ກືມມຸ), ລະເມດ, ລະເວນ, ລະແວ, ສ່ວຍ, ມະກອງ, ປະໂກະ, ແຍະ, ຍະເຫີນ, ເຈັງ, ສະລັກ, ຕະໂອ້ຍ,ເມ່ືອງ (ມອນ), ຕຸມ, ສະລາງ, ຕີ, ສີລາ, ງວນ, ງີ້ວ ເຊິ່ງກວມອັດຕາສ່ວນ 27% ຂອງຈຳນວນປະຊາກອນທັງໝົດ ແລະ ອາໄສຢູ່ພູພຽງທາງພາກໃຕ້ ແລະ ຢູ່ລຽບສາຍພູຫຼວງເປັນສ່ວນຫຼາຍ.
- ໝວດທີ່ໃຊ້ພາສາຕະກູນ ມົ້ງ-ຢ້າວ: ເຜົ່າມົ້ງ (ຂາວ, ດຳ, ລາຍ, ແດງ), ຢ້າວ, ແລນແຕນ, ອາຂາ, ປີລູ, ໂອມາ, ເອີຢາ, ລູມາ. ເຊິ່ງອາໄສຢູ່ພູສູງທາງພາກເໜືອເປັນສ່ວນຫຼາຍ.
- ໝວດທີ່ໃຊ້ພາສາຕະກູນ ຈີນ-ຕິເບດ: ກໍ້, ກຸ່ຍ, ສີດາ, ພູນ້ອຍ,ມູເຊີ, ຮາຍີ, ໂລໂລ, ຫໍ້. ເຊິ່ງອາໄສຢູ່ບັນດາແຂວງພາກເໜືອ ໂດຍສະເພາະແມ່ນບັນດາແຂວງທີ່ມີຊາຍແດນຕິດກັບຈີນ ແລະ ມຽນມາ (ຜົ້ງສາລີ, ຫຼວງນ້ຳທາ, ອຸດົມໄຊ, ຫົວພັນ).
ນອກຈາກ 4 ໝວດພາສາດັ່ງກ່າວແລ້ວ ພົນລະເມືອງລາວຍັງປະກອບດ້ວຍຊາວຕ່າງດ້າວອີກຈຳນວນໜຶ່ງເຊັ່ນ: ຫວຽດນາມ,ຈີນ, ໄທ, ອິນເດຍ. ເປັນຕົ້ນ ເຊິ່ງສ່ວນຫຼາຍອາໄສຢູ່ຕາມຕົວເມືອງໃຫຍ່ ແລະ ມາຮອດ ປັດຈຸບັນ ຈຳນວນໜຶ່ງກໍໄດ້ປ່ຽນສັນຊາດ ເປັນພົນລະເມືອງລາວຢ່າງຖາວອນແລ້ວ.
ຈໍານວນ | ຊື່ແຂວງ | ເນື້ອທີ່ ກມ² |
ຈຳນວນ ປະຊາກອນ |
ຍິງ | ຊາຍ | ຄວາມໜາແໜ້ນ ຄົນ/ກມ² |
---|---|---|---|---|---|---|
1 | ອັດຕະປື | 10.320 | 121.134 | 61.740 | 59.394 | 12 |
2 | ບໍ່ແກ້ວ | 6.196 | 157.422 | 79.116 | 78.306 | 25 |
3 | ບໍລິຄຳໄຊ | 14.863 | 248.378 | 122.738 | 125.641 | 17 |
4 | ຈຳປາສັກ | 15.415 | 634.756 | 319.886 | 314.870 | 41 |
5 | ຫົວພັນ | 16.500 | 302.809 | 150.095 | 152.714 | 18 |
6 | ຄໍາມ່ວນ | 16.315 | 360.304 | 183.070 | 177.234 | 22 |
7 | ຫຼວງນ້ຳທາ | 9.325 | 156.667 | 79.109 | 77.558 | 17 |
8 | ຫຼວງພະບາງ | 16.875 | 431.439 | 215.440 | 215.999 | 26 |
9 | ອຸດົມໄຊ | 15.370 | 285.874 | 143.161 | 142.713 | 19 |
10 | ຜົ້ງສາລີ | 16.270 | 172.286 | 85.830 | 86.456 | 11 |
11 | ໄຊຍະບູລີ | 16.839 | 360.195 | 178.301 | 181.893 | 22 |
12 | ສາລະວັນ | 10.691 | 349.478 | 177.856 | 171.622 | 33 |
13 | ສະຫວັນນະເຂດ | 21.774 | 874.660 | 442.866 | 431.794 | 40 |
14 | ເຊກອງ | 7.665 | 92.624 | 46.749 | 45.830 | 12 |
15 | ນະຄອນຫຼວງວຽງຈັນ | 3.920 | 740.010 | 370.293 | 369.717 | 189 |
16 | ວຽງຈັນ | 22.554 | 454.660 | 223.392 | 231.269 | 20 |
17 | ຊຽງຂວາງ | 16.358 | 257.683 | 127.652 | 130.031 | 16 |
ແຂວງທີ່ມີປະຊາກອນຫຼາຍກວ່າໝູ່ແມ່ນ ແຂວງສະຫວັນນະເຂດ (874.660 ຄົນ), ແຂວງທີ່ມີປະຊາກອນໜ້ອຍກວ່າໝູ່ແມ່ນ ແຂວງເຊກອງ (92.624 ຄົນ, ແຂວງທີ່ມີອັດຕາຄວາມໜາແໜ້ນ ສະເລ່ຍຫຼາຍກ່ວາໝູ່ແມ່ນ ນະຄອນຫຼວງວຽງຈັນ (189ຄົນ/ກມ²), ແຂວງທີ່ມີອັດຕາຄວາມໜາແໜ້ນໜ້ອຍກວ່າໝູ່ແມ່ນ ແຂວງຜົ້ງສາລີ (11ຄົນ/ກມ²), ແຂວງທີ່ມີເນື້ອທີ່ຫຼາຍກວ່າໝູ່ແມ່ນແຂວງວຽງຈັນ (22.554 ກມ²) ແລະ ແຂວງທີ່ມີເນື້ອທີ່ໜ້ອຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ (3.920 ກມ²).
ພາສາ
ພາສາລາວ ແມ່ນພາສາທາງການຂອງປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນພາສາແມ່ຂອງຊົນຊາດລາວ ແລະ ຊົນເຊື້ອສາຍອື່ນໃນປະເທດລາວ ພາສາລາວມີວັນນະຍຸດ ມີຄວາມສຳພັນຄ້າຍຄຽງກັບພາສາພາກຕາເວັນອອກສຽງເໜືອ( ອີສານ ) ຂອງປະເທດໄທ ລະບົບການຂຽນຈະໃຊ້ ຕົວອັກສອນລາວເຊິ່ງເປັນລະບົບອັກສອນສະຫຼະປະກອບ (ລະບົບການນຂຽນ ທີ່ປະກອບດ້ວຍສັນຍາລັກແທນພະຍັນຊະນະ ແລະ ຕິດຕາມດ້ວຍສະຫຼະທີ່ຈະຢູ່ທາງໜ້າ ທາງຫຼຼັງ ທາງເທິງ ທາງລຸ່ມ ຂອງພະຍັນຊະນະ) ແລະ ມີຄວາມສຳພັນໃກ້ຊິດກັບພາສາໄທ. ພາສາລາວແມ່ນ ພາສາໃນກຸ່ມພາສາລາວ-ໄຕ ອັນເປັນກຸ່ມຍ່ອຍຂອງຕະກູນພາສາໄທ-ກະໄດ
ຄວາມເປັນມາຂອງພາສາລາວ
ພາສາລາວສືບຖອດມາຈາກ ພາສາໄຕ ຢູ່ພາກໃຕ້ຂອງປະເທດຈີນເຊິ່ງເປັນຈຸດດັ່ງເດີມຂອງຫຼາຍພາສາຕ່າງໆ ທີ່ຍັງໃຊ້ແລະເວົ້າຢູ່ໂດຍຫຼາຍຊົນເຜົ່າ. ເນື່ອງຈາກຖືກຄວາມກົດດັນຈາກການຂະຫຍາຍຕົວ ຂອງອານາຈັກຈີນ, ການບຸກລຸກຂອງຊາວມົງໂກນ ແລະ ການປູກຝັງທຳມາຫາກີນ, ຄົນໄຕໃດ້ຍົກຍ້າຍລົງມາພາກໃຕ້ ຕາມຮີມຝັ່ງແມ່ນ້ຳຂອງ. ການອົບພະຍົກຂອງຊາວໄຕກໍ່ໄດ້ມີກ່າວໄວ້ໃນຕຳນານຂອງເຈົ້າພະຍາ ຂຸນບູລົມລາຊາທິລາດ.
ສາສະໜາ
ຄົນລາວສ່ວນຫຼາຍນັບຖື ສາສະໜາພຸດ ນິກາຍຫິນະຍານ ເຊິ່ງເປັນສາສະໜາປະຈຳຊາດ (60% ຂອງປະຊາກອນທັງໝົດ) ຖັດຈາກ ສາສະໜາພຸດ ແມ່ນ ສາສະໜາ ບັນພະບູລຸດຂອງຊົນເຜົ່າມົ້ງ ຊຶ່ງກວມເອົາ ປະມານ 15% ໃນຂອບເຂດທົ່ວປະເທດ. ນອກຈາກນີ້ແລ້ວ ຍັງມີຊົນເຜົ່າກຸ່ມນ້ອຍອື່ນໆ ລວມທັງເຜົ່າລາວຈຳນວນໜຶ່ງ ນັບຖືສາສະໜາຄິດ ແລະ ອິສະລາມ ແຕ່ວ່າ ກວມເອົາອັດຕາສ່ວນໜ້ອຍຫຼາຍ. ສຳລັບ ສາສະໜາຄິດແລ້ວ, ສ່ວນຫຼາຍ ຈະມີຜູ້ນັບຖືເປັນກຸ່ມຄົນຫວຽດນາມ ທີ່ອົບພະຍົບເຂົ້າຢູ່ລາວ ແຕ່ສະໄໝສົງຄາມ, ສ່ວນສາສະໜາອິສະລາມ ພົບວ່າມີການນັບຖືໃນໝູ່ຊົນເຜົ່າສ່ວນໜ້ອຍ (ຊົນເຜົ່າຫ້ໍ) ທີ່ອາໄສຕາມຊາຍແດນດ້ານຕິດກັບປະເທດມຽນມາ ແລະ ຊຸມຊົນມຸສະລິມທີ່ມີເສື້ອສາຍ ອາຊີໃຕ້ ແລະ ຈາມໃນນະຄອນຫຼວງວຽງຈັນ ສາສະໜາ: ສາສະໜາພຸດ ນິກາຍເຖລະວາດ 60%
ວັດທະນະທຳ
ພຸດທະສາສະໜານິກາຍເຖລະວາດ ນັບເປັນແບບແຜນຫຼັກຂອງວັດທະນະທຳລາວ ເຊິ່ງປາກົດໃຫ້ເຫັນທົ່ວປະເທດ ທັງໃນດ້ານພາສາ ແລະ ສິລະປະ, ວັນນະຄະດີ, ສິລະປະການສະແດງ ຯລຯ ສຳຫຼັບດົນຕີລາວນັ້ນ ຍັງຄົງມີອິດທິພົນຂອງແຄນ ເຊິ່ງເປັນເຄື່ອງດົນຕີປະຈຳຊາດ ວົງດົນຕີຂອງລາວແມ່ນວົງໝໍລຳ ມີ ໝໍລຳ ແລະ ໝໍແຄນ ທຳນອງການຂັບຈະແຕກຕ່າງກັນໄປຕາມທ້ອງຖິ່ນ ທາງພາກເໜືອເອິ້ນວ່າ ຂັບ ພາກໃຕ້ຈາກ ບໍລິຄຳໄຊລົງໄປເອິ້ນວ່າ ລຳ ເຊ່ັນ: ຂັບງຶ່ມວຽງຈັນ, ຂັບພວນຊຽງຂວາງ, ລຳສາລະວັນຂອງແຂວງສະລະວັນ, ລຳພູໄທ, ລຳຕັງຫວາຍ, ລຳຄອນສະຫວັນ, ລຳບ້ານຊອກຂອງແຂວງສະຫວັນນະເຂດ, ລໍາໂສມ, ລຳສີພັນດອນຂອງແຂວງຈຳປາສັກ, ລຳມະຫາໄຊຂອງແຂວງຄຳມ່ວນ, ຂັບທຸ້ມຂອງແຂວງຫຼວງພະບາງ, ຂັບລື້ຂອງຊາວລື້ ເປັນຕົ້ນ ການແຕ່ງກາຍທີ່ເປັນເອກະລັກຢ່າງໜຶ່ງຂອງຄົນລາວແມ່ນ ຜູ້ຍິງຈະນຸ່ງສິ້ນ,ເກົ້າຜົມ,ບ່ຽງແພ. ອາຫ���ນຂອງຄົນລາວຈະກິນເຂົ້າໜຽວເປັນຫຼັກ ອາຫານທີ່ເປັນເອກະລັກແມ່ນ: ແຈ່ວ, ຕຳໝາກຮຸ່ງ, ປິ້ງໄກ່, ສົ້ມປາ ເປ້ນຕົ້ນ.
ອະລິຍະທຳເກົ່າແກ່ຂອງລາວນັ້ນ ມີປາກົດຈາກຫຼັກຖານດ້ານບູຮານຄະດີຍຸກຫີນ ຢູ່ ທົ່ງໄຫຫີນ ແຂວງຊຽງຂວາງ
ແຄນລາວ ມໍລະດົກໂລກ
ແຄນ ແມ່ນເຄື່ອງດົນຕີ ອຳມະຕະຂອງຊາວລາວ ເຊິ່ງເປັນສິ່ງຕິດພັນຢ່າງສະໜິດແໜ້ນກັບຊີວິດຂອງຄົນລາວ. ແຄນສາມາດກ່ອມອາລົມຄົນໃຫ້ມ່ວນ ແລະ ໃຫ້ຄວາມມ່ວນຊື່ນສຸກສັນໃນຍາມມີໄຊຊະນະ ແລະ ປະສົບຜົນສຳເລັດອັນ ແຄນຍັງກ່ອມຈິດໃຈໃຫ້ຄົນຄິດຮອດບ້ານເກົ່າເມືອງຫຼັງ ແລະ ເຮັກໃຫ້ຄິດຮອດບ້ານທີ່ເຄີຍພັກອາໄສ, ເຮັດໃຫ້ຄຶດຮອດອະດີດຜູ້ເຖົ້າຜູ້ແກ່ເມື່ອໄດ້ຟັງສຽງແຄນລາວຕ່າງໆ ເຊັ່ນ: ລຳສັ້ນ, ລຳລ່ອງ ແລະ ອື່ນໆ. ແຄນເປັນເຄື່ອງດົນຕີປະເພດໃຊ້ປາກເປົ່າດ້ວຍວິທີສູບລົມເຂົ້າ-ອອກຕາມຈັງຫວະ ແລະ ທຳນອງ ຫຼື ລາຍທີ່ໄດ້ກຳນົດໄວ້ຢ່າງຄັກແນ່.
ແຄນເຮັດດ້ວຍໄມ້ອໍ້ (ໄມ້ປາວ) ເຊິ່ງໄດ້ປະກອບດ້ວຍວັດຖຸ 4 ຢ່າງ ແມ່ນໄມ້ລູກແຄນ, ໄມ້ອໍ້ (ໄມ້ປາວ), ເຕົ້າແຄນ (ໄມ້ດູ່), ລີ້ນແຄນເຮັດດ້ວຍທອງ ຫຼື ເງີນສະເພາະຂີ້ສູດ ໃຊ້ໄວ້ຕິດຮູແຄນ. ແຄນມີ 4 ຊະນິດ ຄື: (1) ແຄນຫົກ ເປັນແຄນສຳ່ນ້ອຍເອີ້ນວ່າ ແຄນນ້ອຍ ຫຼື ແຄນສັ້ນ, ມີລູກແຄນຂ້າງລະ 3 ລູກ ມີ ສຽງນຳກັນ 5 ສຽງຄື ຟາ-ຊອນ-ລາ-ໂດ-ເຣ; (2) ແຄນເຈັດ ເປັນແຄນສຳ່ກາງມີລູກຂ້າງລະ 7 ລູກ, ແຄນສຳ່ກາງນິຍົມເປົ່າໃສ່ດົນຕີອື່ນໆ ມີສຽງນຳກັນ 7 ສຽງຄື: ໂດ-ເຣ-ມີ-ຟາ-ຊອນ-ລາ-ທີ; (3) ແຄນແປດ ເປັນແຄນສຳ່ກາງເຊິ່ງໃຫຍ່ກວ່າແຄນເຈັດໜ້ອຍໜຶ່ງ ໃຊ້ສຳລັບເປົ່າດ່ຽວໂດຍປະສົບປະສານກັບສຽງລຳ ແລະ ສຽງຂັບປະເພດຕ່າງໆ, ແຄນແປດເປັນແຄນທີ່ໝໍລຳນິຍົມຊົມໃຊ້ຫຼາຍກວ່າໝູ່; (4) ແຄນເກົ້າ ເປັນແຄນທີ່ມີລູກຂ້າງລະເກົ້າ ແຄນຊະນິດນີ້ແມ່ນແຄນທີ່ເພິ່ນນິຍົມຊົມໃຊ້ເປົ່າໃສ່ລຳໂສມ, ສີພັນດອນ, ລຳພື້ນເມືອງ, ລຳນິທານເກົ່າແກ່ ໃນປະຈຸບັນໝໍລຳບໍ່ມັກໃຊ້ກັນແລ້ວ ແຕ່ໃນບາງເຂດກໍມີການຂັບງັບບຸນປະເພນີດ້ວຍສຽງແຄນຢູ່.
ອາຫານລາວ
ປາແດກ, ຂ່າ, ຫົວສີໄຄ, ໝາກຂີ້ຫູດ ແມ່ນສ່ວນປະກອບທີ່ສຳຄັນໃນປຸງແຕ່ງອາຫານລາວ. ອາຫານລາວທີ່ມີຊື່ສຽງທີ່ສຸດແມ່ນ ລາບ ແລະ ຕຳໝາກຫຸ່ງ. ລາບ ເປັນອາຫານທີ່ມີການນຳຊີ້ນທີ່ຍັງດິບມາປະສົມເຂົ້າກັບເຄື່ອງເທດ, ສ່ວນ ຕຳໝາກຫຸ່ງ ເປັນອາຫານທີ່ນຳໝາກຫຸ່ງ ມາຕຳລົງພ້ອມໝາກເຜັດ ຜັກທຽມ ໝາກເລັ່ນ ໝາກນາວ ແລະອື່ນໆ.
ອາຫານລາວໄດ້ມີການພັດທະນາມາດົນນານ ພ້ອມກັບການຂະຫຍັບຂະຫຍາຍຂອງຊົນຊາດລາວທີ່ໄດ້ຍ້າຍໄປກໍ່ຮ່າງສ້າງໂຕໃນທ້ອງຖິ່ນຕ່າງໆ ໃນອາຊີຕາເວັນອອກສຽງໃຕ້. ອາຫານລາວມີອິດທິພົນຕໍ່ຊົນຊາດໃກ້ຄຽງ ເຊັ່ນ ໃນອາຫານໄທປັດຈຸບັນກໍໄດ້ມີອາຫານລາວເປັນສ່ວນປະກອບນຳ ເຊັ່ນ ລາບ ໂດຍມີການບໍລິໂພກໂດຍຄົນເຊື້ອສາຍລາວທີ່ຢູ່ໃນພາກຕາເວັນອອກສຽງເໜືອຂອງໄທ ແລະນອກຈາກນີ້ ລາບ ກໍໄດ້ມີການເຜີຍແພ່ໄປຮອດພາກກາງຂອງໄທ ເຊັ່ນ ບາງກອກ ຯລຯ ໂດຍມີການປຸງແຕ່ງທີ່ອາດຕ່າງຈາກລາບລາວແດ່. ໃນຂະນະດຽວກັນ ອາຫານລາວກໍໄດ້ຮັບອິດທິພົນຈາກຊົນຊາດລ້ອມຮອບຄືກັນ. ລາວໄດ້ຮັບວິທີການຂົ້ວ (ຈີນກາງ: 炒 chǎo) ແລະ ອາຫານຈຳພວກເຂົ້າເສັ້ນເຊັ່ນ ເຝີ ເຂົ້າຊອຍ ຈາກຊາວຈີນ ແລະ ຊາວຫວຽດນາມ (ເຊິ່ງກໍໄດ້ຮັບອິດທິພົນຈາກຊາວຈີນຄືກັນ). ນອກຈາກນີ້ ອາຫານຕາເວັນຕົກກໍໄດ້ມີສ່ວນຮ່ວມໃນພັດທະນາການຂອງອາຫານລາວຄືກັນ. ໝາກເຜັດເປັນສິ່ງນຶ່ງທີ່ຊາວປອກຕຸຍການໄດ້ນຳເຂົ້າມາໃນອະດີດ. ຕັ້ງແຕ່ປະເທດລາວເປັນຫົວເມືອງຂອງຝະລັ່ງກໍໄດ້ມີການບໍລິໂພກເຂົ້າຈີ້ ກະແລັມ ແວງ ເນີຍແຂງ ຯລຯ ແລະອາຫານຕາເວັນຕົກຫຼາຍຂຶ້ນ.
ເຄື່ອງດື່ມຫຼັກທີ່ນິຍົມຊົມຊື່ນໃນປະເທດລາວມັກຂຶ້ນຢູ່ກັບອາຍຸຂອງຜູ້ບໍລິໂພກ. ໄວລຸ້ນໜຸ່ມລາວນິຍົມດື່ມນ້ຳເຕົ້າຮູ້[25][26] ເຊິ່ງເປັນເຄື່ອງດື່ມທີ່ຜະລິດຈາກໝາກຖົ່ວເຫຼືອງ. ສ່ວນເຄື່ອງດື່ມມຶນເມົາທີ່ຂຶ້ນຊື່ລືຊາໃນປະເທດແມ່ນເບຍລາວ[27] ເຊິ່ງເປັນເບຍທີ່ຜະລິດໃນປະເທດລາວ.
ສະບາຍດີທຸກໆ ທ່ານ ຂ້າພະເຈົ້າເຫັນດີນຳຄຳວ່າອາຫານລາວ ແຕ່ວ່າຢາກມີຄຳເຫັນຢູ່ບ່ອນວ່າ "ຮູບພາບ ທີ່ບອກວ່າລາບ ນັ້ນ ໃນຈານບໍ່ແມ່ນລາບ ເພາະວ່າ ມີນໍ້າຫຼາຍໂພດ ແລະ ອອກແນວແບບຕ່າງປະເທດໂພດ ຖ້າເປັນລາບຂອງຄົນລາວ ຄົນລາວ ຕ້ອງເບີ່ງອອກໂລດ" ຂອບໃຈ.
ການແບ່ງເຂດການປົກຄອງ
ຕາຕະລາງຂໍ້ມູນ,ແຂວງ,ພົນລະເມືອງລາວ ຄ.ສ. 2020
ຊາຍ:3,622,983ຄົນ[29] ຍິງ:3,608,170ຄົນ[30] ລວມທັງໝົດ:7,231,153ຄົນ[30]
ໃນວັນທີ່ 27 ກຸມພາ ຄ.ສ. 2006 ໄດ້ມີການຍຸບເຂດພິເສດໄຊສົມບູນ ໝາຍເລກ 13 ໃນແຜນທີ່ ຢ່າງເປັນທາງການ ອີງຕາມດຳລັດນາຍົກລັດຖະມົນຕີທີ 10/ນຍ. ລົງວັນທີ່ 13 ມັງກອນ ຄ.ສ. 2006 ໂດຍເມືອງທ່າໂທມ ຖືກລວມເຂົ້າກັບ ແຂວງຊຽງຂວາງ ແລະ ເມືອງໄຊສົມບູນ ຖືກລວມເຂົ້າກັບ ແຂວງວຽງຈັນ. ຕໍ່ມາໃນວັນທີ 31 ທັນວາ ປີ2013 ໄດ້ຈັດຕັ້ງແຂວງໃໝ່ໃນບໍລິເວນທີ່ເຄີຍເປັນເຂດພິເສດໄຊສົມບູນ ກັບສອງໝູ່ບ້ານຈາກເມືອງວັງວຽງໃນແຂວງວຽງຈັນ ໂດຍໃສ່ຊື່ວ່າ "ແຂວງໄຊສົມບູນ" ມີ 5 ເມືອງໄດ້ແກ່ ເມືອງອານຸວົງ (ຊື່ເກົ່າ: ໄຊສົມບູນ), ເມືອງຫົ່ມ,ເມືອງທ່າໂທມ,ເມືອງລ້ອງຊານ, ເມືອງລອງແຈ້ງ. ວັນສຳຄັນໃນປະເທດລາວມີວັນພັກລັດຖະການ, ເທດສະການ ແລະ ພິທີຕ່າງໆເຊັ່ນ:
ການຄົມມະນາຄົມການພັດທະນາລະ ບົບຄົມມະນາຄົມ-ຂົນສົ່ງ ເປັນລະບົບທັນສະໄຫມນັ້ນ ຈະເປັນປັດໄຈສຳຄັນ ແຫ່ງການຫັນປ່ຽນ ປະເທດລາວ ຈາກການເປັນ Land Lock ສູ່ການເປັນ Land Link ຫຼື ເຮັດໃຫ້ປະເທດລາວເປັນໃຈກາງເຊື່ອມໂຍງ ດ້ານການຄົມມະນາຄົມ-ຂົນສົ່ງ, ການຄ້າ, ການທ່ອງທ່ຽວ ແລະ ດ້ານອື່ນໆອີກ ໃນອະນຸພາກພື້ນ. ສ່ວນ ແຜນການ ພັດທະນາ ຂະແໜງກະສິກຳ ໄປຕາມ ທິດຍົກສູງສະມັດຖະພາບ ແລະ ຄຸນນະພາບ ຂອງຜົນຜະລິດ, ສ້າງຄວາມໝັ້ນຄົງດ້ານສະບຽງອາຫານ ຈະສົ່ງເສີມການ ກະສິກຳ ອີນຊີ-ປອດສານພິດ ແລະ ການປູກພືດສີນຄ້າມູນຄ່າສູງ; ພ້ອມກັນນັ້ນ ກໍຈະປະຕິບັດຍຸດທະ ສາດດ້ານປ່າໄມ້ໃຫ້ເປັນຈິງ ໂດຍສະເພາະ ແມ່ນການເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ ໃຫ້ກວມເຖິງ 65% ຂອງ ເນື້ອທີ່ທົ່ວປ���ເທດ ໃນປີ 2015. ເສັ້ນທາງບົກປະເທດລາວມີທາງຫຼວງດ້ວຍກັນທັງໝົດ 52.201 ກິໂລແມ້ດ ໃນນັ້ນ, ທາງປູຢາງ ກວມເອົາ 18,326.5 ກິໂລແມັດ ແລະ ທີ່ເຫຼືອອີກ 27,089 ກິໂລແມ້ດ ແມ່ນເປັນທາງດີນແດງ ແລະ ປູຫີນອ່ອນ. ບັນດາເສັ້ນທາງທີ່ສຳຄັນຂອງ ສປປ ລາວເຮົາ ແມ່ນ ເສັ້ນທາງເລກທີ່ 13 ທີ່ເຊື່ອມຕໍ່ແຕ່ເໜືອສຸດ ຮອດໃຕ້ສຸດ, ເລກທີ 9 ທີ່ເຊື່ອມຕໍ່ແຂວງ ສະຫວັນນະເຂດ ໄປຫາ ຊາຍແດນ ລາວບ່າວ, ເລກທີ 12 ຈາກແຂວງຈຳມ່ວນ ໄປຫາ ຊາຍແດນລາວ-ຫວຽດນາມ, ແລະ ທາງເລກທີ່ 8 ຈາກບໍລິຄຳໄຊ ຫາຊາຍແດນ ລາວ-ຫວຽດນາມ. ນອກຈາກນີ້, ຍັງມີເສັ້ນທາງເລກທີ່ 11 ທີ່ເຊື່ອມຕໍ່ ຈາກນະຄອນຫຼວງວຽງຈັນ ລຽບຕາມແຄມແມ່ນ້ຳຂອງ ໄປຫາແຂວງໄຊຍະບູລີ ຊຶ່ງມີລວງຍາວທັງໝົດ ປະມານ 400 ກິໂລແມັດ, ຊຶ່ງໃນນີ້ 80% ແມ່ນໄດ້ປູຢາງມາດຕະຖານແລ້ວ, ສ່ວນທີ່ເຫຼືອ ແມ່ນຢູ່ໃນຂັ້ນຕອນ ກຳລັງປັບປຸງການກໍ່ສ້າງ. ນອກຈາກນີ້ແລ້ວ, ຍັງມີເສັ້ນທາງ ເລກທີ 11A ທີ່ເຊື່ອມຕໍ່ຈາກ ແຂວງໄຊຍະບູລີ ໄປຫາຊາຍແດນ ພູດູ່ ລາວ-ໄທ, ເສັ້ນທາງ ເລກທີ່ 7 ທີ່ເຊື່ອມຕໍ່ ແຕ່ເມືອງພູຄູນ ຂອງແຂວງຫຼວງພະບາງ ໄປຫາ ແຂວງຊຽງຂວາງ ແລະ ເຊື່ອມຕໍ່ ໄປຫາ ດ່ານນ້ຳກັ່ນ ຊາຍແດນ ລາວ-ຫວຽດນາມ. ເສັ້ນທາງລົດໄຟ
ໃນປັດຈຸບັນປະເທດລາວເກືອບບໍ່ມີລະບົບລົດໄຟ ໃນປີ ຄ.ສ. 2007 ຈຶງໄດ້ມີການກໍ່ສ້າງລາງຕໍ່ຈາກເຄືອຂ່າຍລົດໄຟປະເທດໄທ ອອກໄປ 3.5 ກິໂລແມັດ ຂ້າມຂົວມິດຕະພາບລາວ — ໄທ ແຫ່ງທຳອິດ ເຂົ້າສູ່ປະເທດລາວ ແລະ ໄດ້ມີການສຳຫຼວດເພື່ອສ້າງຕໍ່ໄປອີກ 12 ກິໂລແມ້ດ ໄປຍັງວຽງຈັນ ນອກຈາກນັ້ນ ປະເທດລາວ ກໍ່ຍັງບໍ່ມີການຄົມມະນາຄົມຕິດຕໍ່ກັບປະເທດອື່ນອີກທາງລົດໄຟ ເຖິງວ່າ ຈະມີຂໍ້ສະເໜີໃນການສ້າງລົດໄຟຕິດຕໍ່ກັບປະເທດຫວຽດນາມ ມາກ່ອນກໍ່ຕາມ ປະເທດເພື່ອນບ້ານຕ່າງໆ ໃຊ້ຮາງຂະໜາດ 1000 ມິນລິແມ້ດ ຮວມທັ້ງຮາງທີ່ໄປຮອດຍູນນານໃນປະເທດຈີນ.
ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ — ຈີນ ອີງໃສ່ການພົວພັນລະຫວ່າງອາຊຽນ — ຈີນທີ່ນັບມື້ຂະຫຍາຍຕົວທັງໄດ້ຕົກລົງສ້າງເຂດການຄ້າເສລີອາຊຽນ — ຈີນນັບແຕ່ປີ 2010 ເປັນຕົ້ນໄປ. ການສ້າງເສັ້ນທາງລົດໄຟເຊື່ອມຕໍ່ກັບບັນດາປະເທດອາຊຽນ, ສປ ຈີນ ໄດ້ເລືອກເອົາເສັ້ນທາງທີ່ຜ່ານປະເທດລາວທີ່ເຫັນວ່າມີໄລຍະທາງ ສັ້ນທີ່ສຸດໃນຈຳນວນ 3 ເສັ້ນທາງທີ່ໄດ້ປຶກສາຫາລືກັນໃນປີ 1996. ເສັ້ນທາງລົດໄຟທີ່ຖືກເລືອກແມ່ນເປັນເສັ້ນຜ່ານກາງເລີ່ມແຕ່ສິງກະໂປ ຜ່ານມາເລເຊຍເຂົ້າບາງກອກ ປະເທດໄທ ແລ້ວຕໍ່ໃສ່ນະຄອນຫຼວງວຽງຈັນຂອງ ສປປ ລາວ ຂຶ້ນໄປຫາຊາຍແດນລາວ-ຈີນແລ້ວກ້າວສູ່ ຄຸນມິງລວມຄວາມຍາວ 3.640 ກິໂລແມັດ ແຕ່ດ້ວຍການຕົກລົງເຫັນດີຂອງການນຳສອງປະເທດເພື່ອຍົກລະດັບການພົວພັນລາວ — ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ຈະສ້າງເສັ້ນທາງເຊື່ອມຕໍ່ແຕ່ຊາຍແດນຈີນ — ລາວເຂົ້າຫາ ນະຄອນຫຼວງວຽງຈັນ ແລະ ເຊື່ອມຕໍ່ກັບໄທກ່ອນ ຫຼັງຈາກນັ້ນ ຈິ່ງຂະຫຍາຍຕໍ່ຈາກນະຄອນຫຼວງວຽງຈັນ ລົງໄປທ່າແຂກຕໍ່ໃສ່ຊາຍແດນລາວ — ຫວຽດນາມ. ໄລຍະທາງແຕ່ຈຸດຊາຍແດນລາວ — ຈີນ ເຖິງນະຄອນຫຼວງວຽງຈັນ ມີລວງຍາວທັງຫມົດປະມານ 427ກິໂລແມັດ ໃນນັ້ນ ເສັ້ນທາງຕ້ອງຜ່ານອຸບມຸງໃນຄວາມຍາວ 190 ກວ່າກິໂລແມັດ ແລະ ໄດ້ສ້າງຂົວຍາວ 90 ກິໂລແມັດ ຫຼືສະເລ່ຍເສັ້ນທາງຜ່ານທັງອຸບມຸງ-ຂົວກວມເອົາ 2/3 ຂອງເສັ້ນທາງທັງຫມົດ ແລະ ຈະໄດ້ໃຊ້ທຶນສູງເຖິງ 7 ຕື້ໂດລາສະຫະລັດ ເພື່ອນໍາໃຊ້ເຂົ້າໃນການກໍ່ສ້າງຕາມແຜນ ຈະເລີ່ມລົງມືກໍ່ສ້າງໃນວັນທີ 25 ເມສາປີ 2011 ທີ່ຈະມາເຖິງ ໂດຍຈະໃຊ້ເວລາ 4 ປີໃຫ້ສໍາເລັດເພື່ອເປັນຂອງຂວັນຮັບຕ້ອນວັນສະຖາ ປະນາ ສປປ ລາວ ຄົບຮອບ 40 ປີ. ເພື່ອກໍ່ສ້າງເສັ້ນທາງສາຍສຳຄັນນີ້ ໃຫ້ສຳເລັດຕາມແຜນໄດ້ສ້າງຕັ້ງບໍລິສັດຮ່ວມທຶນລາວ — ຈີນໂດຍແບ່ງອັດຕາສ່ວນ ໃນການປະກອບຮຸ້ນຄື: ຝ່າຍຈີນປະກອບເປັນເງິນສົດ, ອຸປະກອນ ແລະ ຖືຮຸ້ນ 70%, ສ່ວນຝ່າຍລາວກໍ່ປະກອບເປັນເງິນສົດ, ວັດຖຸກໍ່ ສ້າງຈຳນວນຫນຶ່ງຖືຄອງຮຸ້ນ 30% ແລະ ຍັງສາມາດເພີ່ມຮຸ້ນໄດ້ຕາມການພັດທະນາເສດຖະກິດສັງຄົມ. ລາງລົດໄຟໃນສາຍນີ້ ແມ່ນເອົາຕາມມາດຕະຖານສາກົນທີ່ມີລວງກວ້າງ 1,435 ແມັດ, ແລ່ນດ້ວຍກະແສໄຟຟ້າສາ ມາດປ້ອງກັນການສັ່ນສະເທືອນຂອງແຜ່ນດິນໄຫວ ໃນລະດັບ 7 ລິກເຕີ. ສຳລັບມາດຕະຖານຄວາມໄວແມ່ນກຳນົດ 200 ກິໂລແມັດຕໍ່ ຊົ່ວໂມງ (ສະເພາະລົດໄຟໂດຍສານ) ແລະ 120 ກິໂລແມັດຕໍ່ຊົ່ວໂມງ (ສຳລັບລົດໄຟຂົນສົ່ງສິນຄ້າ). ດ້ານການກໍ່ສ້າງແມ່ນອີງໃສ່ມາດ ຖານເຕັກນິກຂອງຈີນທີ່ໂລກຍອມຮັບແລ້ວ ແລະຈະມີດ້ວຍກັນ 5 ສະຖານີໃຫຍ່ຄື: ສະຖານີບໍ່ເຕັມ, ເມືອງໄຊ, ຫຼວງພະບາງ, ວັງວຽງ, ນະຄອນຫຼວງວຽງຈັນ ພ້ອມນັ້ນ ກໍ່ຈະມີສະຖານີນ້ອຍອີກຈຳນວນຫນຶ່ງລວມ 21 ສະຖານີ. ຫຼັງຈາກເສັ້ນທາງສ້າງສຳເລັດຈະກາຍເປັນແຮງດັນອັນສຳຄັນຕໍ່ການຍູ້ການເຕີບໂຕທາງເສດຖະກິດຂອງສປປ ລາວ ຫຼື ແມ່ນແຕ່ ເວລາກໍ່ສ້າງກໍ່ເປັນຜົນດີບໍ່ໜ້ອຍສຳລັບພະນັກງານວິຊາການ, ກຳມະກອນ ເພາະໂຄງການດັ່ງກ່າວ ຄາດຈະຕ້ອງການແຮງງານຫຼາຍ ເຖິງ 50 ພັນ ຄົນເຂົ້າຮ່ວມ. ເຖິງຢ່າງໃດກໍ່ຕາມ ສາຍທາງເສັ້ນປະຫວັດສາດນີ້ ແມ່ນແນໃສ່ສ້າງເພື່ອຂົນສົ່ງສິນຄ້າເປັນຄວາມຫວັງໃຫຍ່ ແຕ່ປະຈຸບັນລາວຍັງມີສິນຄ້າບໍ່ຫຼາຍເທົ່າທີີ່ຄວນ ສະນັ້ນ ປະຊາຊົນລາວຕ້ອງເພີ່ມການຜະລິດໃຫ້ຫຼາຍຂຶ້ນ. ເສັ້ນທາງນ້ຳປະເທດລາວມີແມ່ນ້ຳທີ່ໃຊ້ໃນການຄົມມະນາຄົມໄດ້ 4,587 ກິໂລແມ້ດ ສ່ວນໃຫຍ່ແມ່ນນ້ຳຂອງ ແລະ ສາຂາຂອງມັນທີ່ແຍກອອກໄປ ແລະ ອີກ 2,897 ກິໂລແມັດ ທີ່ບາງສ່ວນໃຊ້ໃນການຄົມມະນາຄົມໄດ້ ດ້ວຍເຮືອທີ່ເລິກໄປຈາກຜິວນ້ຳບໍ່ກາຍເຄິ່ງແມັດ. ທາງອາກາດປະເທດລາວມີສະໜາມບິນທັງໝົດ 52 ແຫ່ງເຊິ່ງມີຢູ່ພຽງ 9 ແຫ່ງເທົ່ານັ້ນທີ່ມີລັນເວລາດຍາງ ສ່ວນອີກ 43 ແຫ່ງບໍ່ມີ ແລະ ສະໜາມບິນທີ່ລາດຍາງ ສະໜາມບິນສາກົນວັດໄຕ, ສະໜາມບິນສາກົນປາກເຊ ແລະ ສະໜາມສາກົນຫຼວງພະບາງ ທີ່ມີລະຍະທາງຫຼາຍກ່ວາ 2,438 ແມັດ ສ່ວນທີ່ເຫຼືອມີລັນເວລາດຍາງ ສະໜາມບິນສີ່ແຫ່ງມີລັນເວຍາວ 1,524 — 2,437 ແມັດ ແລະ ສີ່ແຫ່ງທີ່ເຫຼືອມີລະຍະທາງລະຫວ່າງ 914 — 1,523 ແມ້ດ ສະໜາມບິນທີ່ເຫຼືອບໍ່ມີລັນເວຍ໌ລາດຍາງມີຈຳນວນ 43 ແຫ່ງ ມີສະໜາມບິນພຽງແຫ່ງດຽ��ເທົ່ານັ້ນທີ່ມີຄວາມຍາວຫຼາຍກ່ວາ 1,524 ແມ້ດ; 17 ແຫ່ງມີຄວາມຍາວລະຫວ່າງ 914 — 1,523 ແມ້ດ ສ່ວນອີກ 25 ແຫ່ງສຸດທ້າຍມີຄວາມຍາວນ້ອຍກວ່າ 914 ແມ້ດ. ສາຍການບິນສະໜາມບິນ
ອັນດັບເວທີລະຫວ່າງປະເທດແລະໂລກ
ເຫດການສຳຄັນ
ເພີ່ມເຕີມ
ຂໍ້ຄວາມຂະຫຍາຍ
ອ້າງອີງ
|